ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບຂໍ້ຕົກລົງສັນຕິພາບຢູ່ຢູແກຼນ

ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບຂໍ້ຕົກລົງສັນຕິພາບຢູ່ຢູແກຼນ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ສ​ປ​ຊ
(ພາບ: AFP)

(vovworld) – ​ວັນ​ທີ 17/2, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ​ໂດຍ​ຝ່າຍ ລັດ​ເຊຍ ຮຽບ​ຮຽງ ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ສຳ​ລັບ ຢູ​ແກຼນ, ພ້ອມ​ທັງ​ຮ​ຽກ​ຮ້ອງ​ທຸກໆ​ຝ່າຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນີ້​ໃນ​ສະ​ພາບ​ຄຳ​ສັ່ງ​ຢຸດ​ຍິງ​ພວມ​ຖືກ​ລະ​ເມີດ. ມະ​ຕິ​ຂອງສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ຢັ້ງ​ຢື​ນ​ຄືນ​ໃໝ່​ກ່ຽວ​ກັບ: “ຄວາມ​ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຢ່າງ​ສົມ​ບູນ ຂອງ ຢູ​ແກຼນ”, ພ້ອມ​ທັງ​ສະ​ແດງ​ຄວາມ “ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​​ກໍ່​ລະ​ນີ​ຮັບ​ບາດ​ເຈັບ ແລະ ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງຢ​ູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ”. ມະ​ຕິ​ດັ່ງ​ກ່າວ​ໄດ້​ຮັບ​ຮອງ​ເອົາ​ພາ​ຍຫຼັງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອອກ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ຢູ​ແກຼນ ເປັນ​ເວ​ລາ​ສັ້ນ​ໆ, ໃນ​ນັ້ນ​ຮຽກ​ຮ້ອງ​ໃຫ້​ທຸກໆ​ຝ່າຍ​ຢຸດ​ຕິ​ການ​ປະ​ທະ​ກັນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັ​ດ​ເຊຍ Vladimir Putin ໄດ້​ກະ​ຕຸກ​ຊຸກ​ຍູ້ ກີ​ແອບ ອະ​ນຸ​ຍາດ​ໃຫ້ ທະ​ຫານ ຢູ​ແກຼນ, ທີ່​ພວມ​ຖືກ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ ປິດ​ລ້ອມຢູ່​ເທດ​ສະ​ບານ​ເມືອງ Debaltsevo ​ປະ​ລະ​ອາ​ວຸດ.

 


ຂ່າວ/ບົດ​ອື່ນ