ສະພາຄວາມໝັ້ນຄົງສະຫະປະຊາຊາດໂຈະການປ່ອນບັດກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ

(VOVWORLD) -ຮຸ່ງເຊົ້າວັນທີ 24 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຕົກລົງໂຈະການປ່ອນບັດກ່ຽວກັບຮ່າງມະຕິສະບັບໜຶ່ງຮຽກຮ້ອງການຢຸດຍິງຢູ່ຊີຣີ ຍ້ອນບັນດາຄວາມບໍ່ລົງລອຍກັນຍັງບໍ່ທັນສາມາດແກ້ໄຂໄດ້.
ສະພາຄວາມໝັ້ນຄົງສະຫະປະຊາຊາດໂຈະການປ່ອນບັດກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1 (ພາບປະກອບ: THX/TTXVN)

ຄາດວ່າ, ການປ່ອນບັດຈະດຳເນີນໃນເວລາ 12 ໂມງ ທ່ຽງວັນທີ 24 ກຸມພາ ຕາມເວລານິວຢອກ. ຮ່າງມະຕິໂດຍ ຊູແອດ ແລະ ຄູເວດ, ປະເທດພວມຮັບດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽບຮຽງໃນເດືອນກຸມພາ 2018 ແລະ ສະເໜີໃນວັນທີ 09 ກຸມພາ. ຕາມຮ່າງມະຕິແລ້ວ, ຄຳສັ່ງຢຸດຍິງມີຜົນສັກສິດໃນຮອບເວລາ 72 ຊົ່ວໂມງ ພາຍຫຼັງໄດ້ອະນຸມັດຜ່ານ, ອະນຸຍາດໃຫ້ການເຄື່ອນໄຫວຂົນສົ່ງສິນຄ້າມະນຸດສະທຳ ແລະ ຍົກຍ້າຍການແພດຫຼັງຈາກນັ້ນ 48 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ