(ພາບ:thanhnien.com)
(vovworld)- ວັນທີ 4/7, ທ່ານ Adli Mansour ຫົວໜ້າສານລັດຖະທຳມະນູນສູງສຸດອີຢີບ ໄດ້ດຳເນີນພິທີສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງປະເທດອາຟຼິກກາເໜືອນີ້. ນະພິທີ, ທ່ານ Adli Mansour ໄດ້ໃຫ້ຄຳໝັ້ນສັນຍາວ່າ “ຈະຮັກສາພື້ນຖານສາທາລະນະລັດ, ເຄົາລົບລັດຖະທຳມະນູນ, ກົດໝາຍ ແລະ ປົກປັກຮັກສາຜົນປະໂຫຍດຂອງ ປຊຊ”. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ນະຄອນຫຼວງກາຍໂຣ ພາຍຫຼັງສາບານຕົວດຳລົງຕຳແໜ່ງ, ທ່ານ Adli Mansour ຢືນຢັນວ່າ: ອົງການອ້າຍນ້ອງຊາວມຸດສະລິມ ໄດ້ຮັບຄຳເຊີນເຂົ້າຮ່ວມວິວັດການສ້າງສາປະເທດຊາດ ແຕ່ໃນທັນທີ່, Sheikh Abdel Rahman al Barr ສະມາຊິກຂັ້ນສູງຂອງອົງການນີ້ພັດປະກາດວ່າອົງການນີ້ຈະບໍ່ຮ່ວມມືກັບອຳນາດການປົກຄອງທີ່ໄດ້ຢຶດເອົາສິດຂອງ ປະທານາທິບໍດີ Mohamed Morsi. ອົງການນີ້ກໍ່ຮຽກຮ້ອງໃຫ້ຜູ້ສະໜັບສະໜູນຈົ່ງລະງັບໃຈ, ຫລີກເວັ້ນການກະທຳໃຊ້ຄວາມຮຸນແຮງ.
ປະຈຸບັນ, ຫາງສຽງສາກົນສືບຕໍ່ມີປະຕິກິລິຍາຕໍ່ບັນດາການຜັນແປ່ໃໝ່ໃນເວທີການເມືອງອີຢີບ. ວັນທີ 4/7, ລັດຖະບານຊີຣີ ຊົມເຊີຍເລື່ອງກອງທັບອີຢີບ ປົດຕຳແໜ່ງປະທານາທິບໍດີ Mohamed Morsi ແລະ ຢືນຢັນວ່າ: “ການຫັນປ່ຽນຢ່າງຂ້ຽວຂາດສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຮັກສາພື້ນຖານປະຊາທິປະໄຕຢ່າງເດດດ່ຽວ” ຢູ່ອີຢີບ. ບັນດາປະເທດອູໃນເຕບ ອາຣັບ ເອມມີເລດ (UAE) ຊົມເຊີຍຂໍ້ຕົກລົງປົດຕຳແໜ່ງປະທານາທິບໍດີ Mohamed Morsi ແລະ ຖືວ່າ: ນີ້ແມ່ນມາດຕະການເພື່ອແນໃສ່ແກ້ໄຂຄວາມຂາດສະຖຽນລະພາບຢູ່ປະເທດອາຟຼິກກາເໜືອນີ້. ສ່ວນທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ຖືວ່າ: ອຳນາດການປົກຄອງພົນລະເຮືອນຢູ່ອີຢີບ “ຄວນໄດ້ຮັບການຟື້ນຕົວຍິ່ງໄວກໍ່ຍິ່ງດີ” ແລະ ຄະນະການນຳໃນອະນາຄົດຂອງປະເທດນີ້ ຕ້ອງສອ່ງແສງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.