ກອງປະຊຸມສຳມະນາວິທະຍາສາດ “ສະພາບຕົວຈິງ ແລະ
ມາດຕະການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ໃນໄລຍະໃໝ່”
(ພາບ: vietnamplus.vn)
(vovworld) - ກອງປະຊຸມສຳມະນາວິທະຍາສາດ “ສະພາບຕົວຈິງ ແລະ ມາດຕະການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ໃນໄລຍະໃໝ່” ເຊິ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງໃນວັນທີ 15/05, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດານັກຄຸ້ມຄອງ ແລະ ນັກຄົ້ນຄວ້າວັດທະນະທຳຂັ້ນສູງກາງ ແລະ ທ້ອງຖິ່ນ. ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄຳເຫັນໄດ້ສະເໜີທັດສະນະ, ນະໂຍບາຍ, ມາດຕະການ ເພື່ອສືບຕໍ່ກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດໃນໄລຍະຫັນປະເທດຊາດເປັນປະເທດອຸດສາກະຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ບົດປະກອບຄຳເຫັນຂອງບັນດາຜູ້ແທນໄດ້ຊຸມໃສ່ ແລະ ຍົກສູງຄຸນນະພາບໃນພາຍພາກໜ້າ ແລະ ຍາວນານໃນການພັດທະນາວັດທະນະທຳຄື; ສືບຕໍ່ພັດທະນາ ແລະ ຍົກສູງຄຸນນະພາບພື້ນຖານວັດທະນະທຳກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັຍຊາດຕິດພັນຢ່າງແໜ້ນແຟ້ນ ແລະ ຄົບຊຸດກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ເຮັດໃຫ້ວັດທະນະທຳຊາບຊືມເຂົ້າກັບບັນດາຂົງເຂດຂອງຊີວິດສັງຄົມຢ່າງເລີກເຊິ່ງ. ສ້າງສະພາບແວດລ້ອມ, ແບບແຜນດຳລົງຊີວິດວັດທະນະທຳ, ເສີມຂະຫຍາຍຈິດໃຈສະໝັກໃຈ, ເປັນເຈົ້າຕົນເອງ, ຫົວຄິດປະດິດສ້າງຂອງປະຊາຊົນ. ຍູ້ແຮງວຽກງານອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ; ເສີມຂະຫຍາຍລັກສະນະເປັນເອກະພາບໃນຫຼາຍຮູບຫຼາຍແບບ, ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມບັນດາເຜົ່າຫວຽດນາມ. ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ສົ່ງເສີມຫົວຄິດປະດິດສ້າງວັດນະຄະດີສີລະປະ, ແຕ່ງບົດປະພັນວັດນະຄະດີສີລະປະທີ່ດີເດັ່ນສ່ອງແສງຫົວຄິດປະດິດສ້າງຂອງພື້ນຖານວັດທະນະທຳໃໝ່.