ສະພາແຫ່ງຊາດ ອີຢີບ ເລີ່ມຄັດເລືອກຄະນະຮຽບຮຽງ ລັດຖະທຳມະນູນສະບັບໃໝ່

ສະພາແຫ່ງຊາດ ອີຢີບ ເລີ່ມຄັດເລືອກຄະນະຮຽບຮຽງ ລັດຖະທຳມະນູນສະບັບໃໝ່ - ảnh 1

ໄປ​ປ່ອນ​ບັດ​ຢູ່ ອີ​ຢີບ

(ພາບ:xaluan.com)

( vovworld ) – ​​ສະພາ​ຕ່ຳ ​ແລະ​ ສະພາສູງ ຂອງ​ສະພາ​ແຫ່ງ​ຊາດ​ຊຸດໃໝ່​ທີ່​ຫາ​ກໍ​ໄດ້ຮັບ​ການ​ເລືອກ​ຕັ້ງຂອງ​ອີ​ຢີບ ຫາ​ກໍ​ຈັດ​ວາລະ​ປະຊຸມ​ລວມຄັ້ງທຳ​ອິດ ​ແລະ ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຄາດໝາຍ​ຄັດ​ເລືອກ​ສະມາຊິກ 100 ທ່ານ ຂອງຄະນະ​ກຳມະການ​ສ້າງ​ລັດຖະທຳ​ມະນູນ ກ່ອນ​ທີ່​ຈະ​ບົ່ງ​ຕົວຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 24/3 ທີ່​ຈະ​ມາ​ເຖິງ. ພັກ​ເສລີ ​ແລະ ຄວາມ​ຍຸດຕິ​ທຳ ຂອງ​ອົງການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມ ຊື່​ງປະຈຸ​ບັນ​ພວມ​ກວມ​ທີ່​ນັ່ງ​​ສ່ວນ​ຫຼາຍ​ໃນ​ສະພາ​ແຫ່ງ​ຊາດ​ຢາກ​ໃຫ້​ສະມາຊິ​ກ 40 ທ່ານ​ໃນ​ຄະນະ​ດັ່ງກ່າວ ​ແມ່ນ​​ເລືອ​ມາ​ຈາກ​ທຸກໆ​ພັກ​ຝ່າຍ, ສ່ວນ 60 ທ່ານທີ່​ຍັງ​ເຫຼືອ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ ​ແລະ ລັດຖະທຳ​ມະນູນ ພ້ອມ​ກັບ​ຜູ້ຕາງໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ. ​ເມື່ອ​ອັດ​ກອງ​ປະຊຸມ, ປະທານ​ສະພາ​ຕ່ຳ Saad al Katatni ​ໃຫ້​ຮູ້​ວ່າ ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ ສະພາ​ແຫ່ງ​ຊາດ​ຈະ​ເລືອກ​ຕັ້ງຄະນະ​ກຳມະການ​ທີ່​ນ້ອຍ​ກ່ວາ ​ເພື່ອ​ຮັບ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ຄັ້ງຄະນະ​ກຳມະການ​ສ້າງ​ລັດຖະທຳ​ມະນູນ. ຄາດ​ວ່າ ສະພາ​ຕ່ຳ ​ແລະ​ ສະພາ​ສູງ​ຈະ​ຈັດການ​ປະຊຸມ​ຄັ້ງ​ໃໝ່​ໃນ​ວັນ​ທີ 17/3 ທີ່​ຈະ​ມາ​ເຖິງ ​ເພື່ອ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ດັ່ງກ່າວ ​ແລະ ​ຕົງ​ລົງ​ບັນດາ​ຄາດໝາຍ​ຄັດ​ເລືອກ​ສະມາຊິກ​ໃຫ້​ແກ່​ຄະນະ​ກຳມະການ​ນີ້. ການ​ປ່ອນ​ບັດ​ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່​ສະມາຊິກຄະນະ​ກຳມະການ​ສ້າງ​ລັດຖະທຳ​ມະນູນ ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 24/3 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ