(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຫັນດີເປັນເອກະສັນວ່າ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ພວມປະກາດໃຊ້ແມ່ນຍັງມີຫຼາຍຈຸດອ່ອນ ແລະ ບົກຜ່ອງບັນຫາເຄັ່ງຮ້ອນ
ວາລະປະຊຸມຂອງສະພາແຫ່ງຊາດ |
ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍສຳຄັນ, ສົ່ງຜົນກະທົບເຖິງຫຼາຍດ້ານ ການເມືອງ, ຊີວິດ, ສັງຄົມ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຫັນດີເປັນເອກະສັນວ່າ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ພວມປະກາດໃຊ້ແມ່ນຍັງມີຫຼາຍຈຸດອ່ອນ ແລະ ບົກຜ່ອງບັນຫາເຄັ່ງຮ້ອນ, ມີຊ່ອງຫວ່າງດັ່ງນັ້ນ ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ເພື່ອຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຈຳເປັນທີ່ສຸດ.
ສຳລັບເລື່ອງເປີດກ້ວາງຂອບເຂດການປັບປຸງຮ່າງກົດໝາຍ, ທ່ານ ເຈີ່ນເຕີດເທ້, ສສຊ ແຂວງ ຮ່ານາມ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າເຫັນດີຕໍ່ເລື່ອງເປີດກ້ວາງຂອບຂະໜາດການປັບປຸງຮ່າງກົດຫມາຍ ອອກສູ່ຂົງເຂດນອກລັດ ຍ້ອນວ່າສະພາບການສໍ້ລາດບັງຫຼວງຢູ່ເຂດນອກລັດ ໄດ້ປະກົດຂຶ້ນ ແລະ ສັບສົນ, ຍາກທີ່ຈະຄວບຄຸມໄດ້. ເລື່ອງເປີດກ້ວາງຂອບຂະໜາດການປັບປຸງ ຮ່າງກົດໝາຍອອກສູ່ເຂດນອກລັດ ແມ່ນເໝາະສົມກັບທຳນຽມສາກົນ ເຊິ່ງ ລະອຽດ ແມ່ນສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນຕ້ານ ການສໍ້ລາດບັງຫຼວງ ເຊິ່ງ ຫວຽດນາມ ໄດ້ລົງນາມ. ໃນສົນທິສັນຍານີ້, ໄດ້ກຳນົດລະອຽດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນພາກເອກະຊົນ.”
ສສຊ ຫຼາຍທ່ານຖືວ່າ ການກະທຳສໍ້ລາດບັງຫຼວງເຄີຍຜັນແປໃນເວລາຍາວ. ຊັບສິ່ງຂອງສ່ວນຫຼາຍຖືກບັນດາເປົ້າໝາຍສໍ້ລາດບັງຫຼວງໃຊ້ຈ່າຍ, ຟຸມເຟືອຍ, ຫັນປ່ຽນດ້ວຍຫຼາຍຮູບແບບ, ຍາກທີ່ຈະສາມາດຢຶດຄືນມາໄດ້. ເພື່ອແກ້ໄຂບັນດາຊັບສິນທີ່ມາຈາກການສໍໍ້ລາດບັງຫຼວງແນວໃດໃຫ້ມີປະສິດທິຜົນ, ທ່ານນາງ ຫງວຽນທິຖູຍ, ສສຊ ແຂວງ ບັກກ້ານ, ຖືວ່າ:
“ຕ້ອງມີການປັບໄໝລົງໂທດນຳໃຊ້ໃນກໍລະນີທີ່ບໍ່ສາມາດອະທິບາຍແຫຼ່ງທີ່ມາຂອງຂອງຊັບສິນໄດ້, ເພື່ອກຳນົດຂອບເຂດ ແລະ ກຳນົດເປົ້າໝາຍເພື່ອເພີ່ມຄວາມສາມາດໃນການຢຶດຊັບສິນຄືນ. ການຢຶດຊັບສິນຕ້ອງໄດ້ດຳເນີນຜ່ານລະບຽບການນິຕິກຳ ຢ່າງເປີດເຜີຍ ແລະ ເຄັ່ງຄັດ. ຕ້ອງໃຫ້ສານອອກຄຳພິພາກສາ ຫາກບໍ່ແມ່ນຢຶດຄືນດ້ວຍມາດຕະການແກ້ໄຂດ້ານບໍລິຫານ.”