ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຄ່າບໍລິການ, ຄ່າທຳນຽມ
ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍ
ວ່າດ້ວຍຄ່າບໍລິການ ແລະ ຄ່າທຳນຽມ
|
(vovworld)- ຕອນບ່າຍວັນທີ 11/11, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບບາງເນື້ອໃນຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຄ່າບໍລິການ, ຄ່າທຳນຽມ. ບັນດາສະມາຊິກສະພາແຫ່ງຊາດ ສະເຫນີວ່າ: ຄ່າບໍລິການ, ຄ່າທຳນຽມແຕ່ລະປະເພດລ້ວນແຕ່ມີລັກສະນະ, ເນື້ອໃນເສດຖະກິດ ແລະລະດັບເກັບຕ່າງກັນ, ສະນັ້ນ ຮ່າງກົດໝາຍກຳນົດຢ່າງລະອຽດ ມັນຈະບໍ່ມີຄວາມເປັນໄປ. ຮ່າງກົດໝາຍຄວນກຳນົດບັນດາຄາດໝາຍຢ່າງເໝາະສົມ, ພ້ອມທັງມອບໃຫ້ລັດຖະບານກຳນົດຢ່າງລະອຽດ ເພື່ອສອດຄ່ອງກັບພຶດຕິກຳຕົວຈິງ ແຕ່ຕ້ອງຮັບປະກັນຈະບໍ່ມີຄ່າບໍລິການ, ຄ່າທຳນຽມໃດອີກໃນບັນຊີລາຍຊື່ ຊື່ງກົດໝາຍໄດ້ລະບຸໄວ້.