ພາບປະກອບ
|
(vovworld) – ວັນທີ 17/6, ສະພາແຫ່ງຊາດໄດ້ປຶກສາຫາລືຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ)
ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາໄດ້ເສີມຂະຫຍາຍບົດບາດໃນພາລະກິດຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສ້າງສະພາບແວດລ້ອມສັນຕິພາບໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນການປັບປຸງຄັ້ງນີ້, ສະພາແຫ່ງຊາດໄດ້ສຸມໃສ່ເຂົ້າໃນໜ້າທີ່, ສິດອຳນາດຂອງອົງການສຳນັກງານ ແລະ ຜູ້ມີສິດອຳນາດດຳເນີນຄະດີ, ແບ່ງກຳນົດສິດອຳນາດດ້ານຕຸລາການກັບສິດອຳນາດດ້ານບໍລິຫານ, ຮັບປະກັນສິດໄດ້ຮັບການແກ້ຄວາມຂອງຜູ້ຖືກກ່າວຫາ…