(ທ່ານນາງ ດັ້ງທິງອກທິ້ງ, ຮອງປະທານປະເທດເປັນ
ຮອງປະທານສະພາເລືອກຕັ້ງແຫ່ງຊາດ)
(vovworld)- ຕອນບ່າຍວັນທີ 11/4, ສະພາແຫ່ງຊາດດຳເນີນການໃຫ້ສັດຕະຍາບັນຄຳສະເຫນີຂອງທ່ານປະທານປະເທດກ່ຽວກັບບັນຊີລາຍຊືີ່ຮອງປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ກຳມະການສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃຫ້ສັດຕະຍາບັນຄຳສະເຫນີຂອງທ່ານປະທານສະພາເລືອກຕັ້ງແຫ່ງຊາດກ່ຽວກັບບັນຊີລາຍຊື່ຮອງປະທານສະພາເລືອກຕັ້ງແຫ່ງຊາດ ແລະ ກຳມະການສະພາເລືອກຕັ້ງແຫ່ງຊາດດ້ວຍຮູບການປ່ອນບັດປິດລັບ. ສະພາແຫ່ງຊາດເຫັນດີໃຫ້ສັດຕະຍາບັນທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ເປັນຮອງປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ. ສະພາແຫ່ງຊາດໃຫ້ສັດຕະຍາບັນທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ເປັນຮອງປະທານສະພາເລືອກຕັ້ງແຫ່ງຊາດ, ທ່ານນາງ ດັ້ງທິງອກທິ້ງ, ຮອງປະທານປະເທດເປັນຮອງປະທານສະພາເລືອກຕັ້ງແຫ່ງຊາດ.