ສະມັດຊາໃຫຍ່ສປຊອັດກອງປະຊຸມຂັ້ນສູງຊຸດທີ 72
(VOVWORLD) -ວັນທີ 25 ກັນຍາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ສິ້ນສຸດກອງປະຊຸມຂັ້ນສູງປະຈຳປີຊຸດທີ 72 ດ້ວຍຖະແຫຼງການຂອງປະທານສະມັດຊາໃຫຍ່ Miroslav Lajcak ໄດ້ເນັ້ນໜັກເຖິງເລື່ອງສະກັດກັ້ນການປະທະກັນກ່ອນທີ່ຈະຖືກເກີດຂຶ້ນ, ສະໜັບສະໜູນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດປະຈຳປີຊຸດທີ 72
(ພາບ: AFP/TTXVN)
|
ພ້ອມທັງເອົາໃຈໃສ່ພັດທະນາແບບຍືນຍົງ, ເຄົາລົບສິດທິມະນຸດ ແລະ ຄວາມດຸ່ນດ່ຽງລະຫວ່າງເພດຍິງ ແລະ ເພດຊາຍ ພ້ອມກັບບັນດາບຸລິມະສິດສຳຄັນ ເຊິ່ງປະມຸກລັດ, ຜູ້ນຳໜ້າລັດຖະບານ ແລະ ຄະນະຜູ້ຕາງໜ້າທີ່ມາຈາກ 196 ປະເທດຍົກອອກມາໃນຕະຫຼອດ 1 ອາທິດຜ່ານມາ. ໃນບົດກ່າວປາໄສອັດກອງປະຊຸມ, ທ່ານ Miroslav Lajcak ເນັ້ນໜັກວ່າ, ບັນດາຄະນະຜູ້ຕາງໜ້າທີ່ເຂົ້າຮ່ວມໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາຕໍ່ສະຫະປະຊາຊາດ ກໍຄືຕໍ່ກັນແລະກັນ, ພ້ອມທັງຮັບຮູ້ໄດ້ລະດັບຄວາມສຳຄັນຂອງຄວາມສາມັກຄີລະຫວ່າງບັນດາປະເທດ ໂດຍອີງໃສ່ການເຈລະຈາ ແລະ ລັດທິຫຼາຍຝ່າຍ.