ພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບພົນໂທ Nguyen Van Rinh ປະທານສະມາຄົມຜູ້ປະສົບ
ເຄາະຮ້າຍຈາກທາດພິດສີສົ້ມ
ພາບ:vietnamplus.vn
|
(vovworld) - ຕອນບ່າຍວັນທີ 23/5 ຢູ່ ນະຄອນຫລວງວຽງຈັນ, ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ ຫວຽດນາມ ໂດຍພົນໂທ Nguyen Van Rinh ປະທານສະມາຄົມນຳຫນ້າ. ພົນໂທ Nguyen Van Rinh ສະເຫນີໃຫ້ສອງຝ່າຍຄວນສົມທົບກັນເພື່ອຊ່ວຍເຫລືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ພ້ອມກັນມານະພະຍາຍາມພ້ອມກັບປະຊາຄົມໂລກ ຮຽກຮ້ອງໃຫ້ ອາເມລິກາ ຕ້ອງມີຄວາມຮັບຜິດຊອບເພື່ອແກ້ໄຂຜົນຮ້າຍຢອນຫລັງຈາກສົງຄາມ ລວມມີທາດພິດສີສົ້ມ ແລະ ລູກລະເບີດບໍ່ທັນແຕກ. ທ່ານຮອງນາຍົກລັດຖະມົນຕີ ດວງໃຈ ພິຈິດ ຕີລາຄາສູງ ການຢ້ຽມຢາມຂອງຄະນະຜູ້ແທນ ຫວຽດນາມ ໃນສະພາບການສອງປະເທດພວມຜັນຂະຫຍາຍວຽກງານຂຳ່ນັບຮັບຕ້ອນ“ປີສາມັກຄີມິດຕະພາບ ຫວຽດນາມ ລາວ, ລາວ ຫວຽດນາມ 2012”, ສະເຫນີໃຫ້ບັນດາຝ່າຍກ່ຽວຂ້ອງຄວນມີມາດຕະການແກ້ໄຂຜົນຮ້າຍຢ່ອນຫລັງກໍ່ຂຶ້ນທີ່ມີຕໍ່ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ.
Quoc Khanh ນັກຂ່າວ VOV ປະຈຳ ສປປລາວ