ສະມາຄົມມິດຕະພາບຝລັ່ງ-ຫວຽດນາມເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ

ສະມາຄົມມິດຕະພາບຝລັ່ງ-ຫວຽດນາມເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​
ຄັ້ງ​ທີ 15 ສະມາຄົມມິດຕະພາບຝລັ່ງ-ຫວຽດນາມ
ພາບ:baomoi.com
(vovworld)-​​ ວັນ​ທີ 6/12, ຢູ່ ປາ​ຣີ, ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ (AAFV) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 15 ເພື່ອ​ສະ​ຫລຸບ​ວຽກ​ງານ​ໃນ​ອາ​ຍຸ​ການ 2011-2014 ແລະ ຮັບ​ຮອງ​ເອົາ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ອາ​ຍຸ​ການ 2014-2016. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າຮ່ວມກອງ​ປະ​ຊຸມ ໂດຍ​ທ່ານ​ນາງ ຟ້າມ​ທິ​ທາຍ, ຮອງ​ເລ​ຂາ​ທິ​ການ, ຫົວ​ຫນ້າ​ຄະ​ນະ​ເອີ​ລົບ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ​ນຳ​ຫນ້າ. ໃນ​ບົດ​ສະ​ຫລຸບ​ທີ່​ສະ​ເຫນີ​ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ, ທ່ານ Jean Pierre Archambault, ເລ​ຂາ​ທິ​ການ AAFV ຢື​ນ​ຢັນ​ວ່າ: ບັນ​ດາ​ເຫດ​ການ​ສຳ​ຄັນ​ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ຮັດ​ແຫນ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຝ​ລັ່ງ ແລະ ຫວຽດ​ນາມ. ໃນ​ອາ​ຍຸ​ການ​ຜ່ານ​ມາ, AAFV ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ຫນ້າ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ