ສະມາຄົມອາຊີບຫາປາຫວຽດນາມຄັດຄ້ານຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ

ສະມາຄົມອາຊີບຫາປາຫວຽດນາມຄັດຄ້ານຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ - ảnh 1
ພາບ​ປະ​ກອບ

(vovworld) - ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຫາກໍ່​ມີ​ຈົດ​ໝາຍ​ທາງ​ການ​ຝາກ​ເຖິງ​ຫ້ອງ​ວ່າ​ການ​ລັດ​ຖະ​ບານ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ກ່ຽວ​ກັ​ບ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມນັ້ນ​ແລ້ວ, ​ໄລ​ຍະ​ມໍ່ໆ​ມານີ້, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ໄຮ້​ເຂົາ, ແຂວງ ​ໄຮ​້​ໜານ, ປະ​ເທດ ຈີນ ປະ​ກາດ “ວິ​ທີ​ການ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​​ການ​ຫາ​ປາ​ບົນ​ທະ​ເລ​ຂອງ​ນະ​ຄອ​ນ ​ໄຮ້​ເຂົາ ປີ 2015”, ໃນ​ນັ້ນ​ຫ້າມ​ທຸກໆ​ການ​ເຄື່ອນ​ໄຫວ​ຫາ​ປາ​ບົນ​ທະ​ເລ​ແຕ່​ເວ​ລາ 12 ໂມງ ວັນ​ທີ 16/5/2015 ຮອດ 12 ໂມງ ວັນ​ທີ 1/8/2015.

        ສະ​ພາ​ອາ​ຊີບ​ຫາ​ປາ​ຂອງ ຫວຽດ​ນາມ ຖື​ວ່າ: ການ​ເຄື່ອນ​ໄຫວນີ້​ຖືກ​ດຳ​ເນີນ​ເປັນ​ເວ​ລາຫຼາຍ​ປີແລ້ວ, ອັນ​ໄດ້​ກີດ​ຂວາງ​ການ​ຜະ​ລິດ​ບົນ​ທ​ະ​ເລ​ຂອງ​ຊາວ​ປະ​ມົງ, ລະ​ເມີດ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ, ລະ​ເມີດ​ອະ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດ​ສານ​ສຳ​ລັບ​ບັນ​ດາ​ເຂດ​ທະ​ເລ​ຂອງ ຫວຽດ​ນາ​ມ​ຕາມ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ, ໄຮ້​ເຫດ​ຜົນ​ຂອງ​ຝ່າຍ ຈີນ. ຂໍ້​ຕົກ​ລົງ​ນີ້​ຂອງ​ຝ່າຍ ຈີນ ແມ່ນໄຮ້​ຄຸນ​ຄ່າ. ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ສະ​ເໜີ ໃຫ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ມີ​ມາດ​ຕະ​ການທີ່ມີ​ປະ​ສິດ​ທິ​ຜົນ​ເພື່ອ​ສະ​ກັດ​ກັ້ນ, ຢຸດ​ຕິ​ການ​ກະ​ທຳ​ນີ້​ຂອງ​ຈີນໂດຍ​ໄວ.

 


ຂ່າວ/ບົດ​ອື່ນ