ສະມາຄົມໃຫຍ່ນັກສຶກສາຫວຽດນາມຢູ່ລັດ ນິວຊາວເວນ ປະເທດອົດສະຕາລີ ໄດ້ສະເໜີຕົວຢ່າງເປັນທາງການ

(VOVWORLD) -ວັນທີ 14 ເມສາ, ສະມາຄົມໃຫຍ່ນັກສຶກສາຫວຽດນາມຢູ່ລັດ ນິວຊາວເວນ ປະເທດອົດສະຕາລີ ໄດ້ສະເໜີຕົວຢ່າງເປັນທາງການ
ສະມາຄົມໃຫຍ່ນັກສຶກສາຫວຽດນາມຢູ່ລັດ ນິວຊາວເວນ ປະເທດອົດສະຕາລີ ໄດ້ສະເໜີຕົວຢ່າງເປັນທາງການ - ảnh 1ພວກນັກສຶກສາຫວຽດນາມຢູ່ ຢູ່ລັດ ນິວຊາວເວນ

ສະມາຄົມໃຫຍ່ນັກສຶກສາຫວຽດນາມຢູ່ລັດ ນິວຊາວເວນ ປະເທດອົດສະຕາລີ ແມ່ນອົງການທຳອິດຂອງນັກສຶກສາຫວຽດນາມຢູ່ອົດສະຕາລີໄດ້ຮັບໜັງສືເຄື່ອນໄຫວຈາກອຳນາດການປົກຄອງອົດສະຕາລີ.

   ກ່າວຄຳເຫັນທີ່ພິທີສະເໜີຕົວ, ທ່ານ ຈິ້ງດຶກຫາຍ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຊິດນີ ຫວັງວ່າ ພວກນັກສຶກສາຢູ່ ລັດ ນິວຊາວເວນ ປະເທດອົດສະຕາລີຕ້ອງສາມັກຄີກັນ ເພື່ອສ້າງສະພາບແວດລ້ອມເຄື່ອນໄຫວທີ່ດີໃຫ້ທຸກໆຄົນ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີ, ຄວາມຜູກພັນກັນໃນວົງຄະນະຍາດຊາວຫວຽດນາມຢູ່ ລັດ ນິວຊາວເວນ.

ຕອບກັບ

ຂ່າວ/ບົດ​ອື່ນ