ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນກັບຫວຽດນາມ
(ທ່ານສະມາຊິກສະພາສູງ ອາເມລິກາ Sheldon WhiteHouse)
(vovworld) - ວັນທີ 14/7, ສະມາຊິກສະພາສູງ ອາເມລິກາ Sheldon WhiteHouse ອອກຖະແຫຼງການສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນດ້ານການທູດ ຫວຽດນາມ - ອາເມລິກາ ເປັນປົກກະຕິ. ສະພາສູງ ອາເມລິກາ ໄດ້ປະກາດເອກະສານຢັ້ງຢືນຂອງລັດຖະສະພາທີ່ລົງພິມເນື້ອໃນທັງໝົດຖະແຫຼງການດັ່ງກ່າວຂອງສະມາຊິກສະພາສູງ Sheldon WhiteHouse. ຖະແຫຼງການຂອງສະມາຊິກສະພາສູງ ອາເມລິກາ Sheldon WhiteHouse ເນັ້ນໜັກວ່າ: 20 ປີແຫ່ງການສ້າງການພົວພັນເປັນປົກກະຕິແມ່ນຂີດໝາຍປະຫວັດສາດໜຶ່ງ; 2 ຝ່າຍໄດ້ຜ່ານຜ່າບັນດາບາດແຜຈາກສົງຄາມ ແລະ ມຸ່ງໄປສູ່ອະນາຄົດທີ່ 2 ປະເທດກາຍເປັນຄູ່ຮ່ວມມື ແລະ ເພື່ອນມິດ; ປະຊາຊົນ ອາເມລິກາ ແລະ ຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຄວາມກ້າວໜ້າ ເຊິ່ງບັນລຸໄດ້ໃນວຽກງານສ້າງສັນຕິພາບ ແລະ ມິດຕະພາບອັນຍາວນານ. ຖະແຫຼງການເນັ້ນໜັກວ່າ: ການຢ້ຽມຢາມ ອາເມລິກາ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ແມ່ນການຢ້ຽມຢາມຄັ້ງປະຫວັດສາດ. ໃນການຢ້ຽມຢາມ, 2 ຝ່າຍໄດ້ພິຈາລະນາກ່ຽວກັບບັນດາຜົນປະໂຫຍດຮ່ວມ ແລະ ກາລະໂອກາດຕ່າງໆ ເພື່ອຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ. ຖະແຫຼງການສະແດງໃຫ້ເຫັນຄວາມຫວັງຢາກພ້ອມກັນຮ່ວມມືເພື່ອຊຸກຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ຍິ່ງກ່ວາອີກ. ໃນສະພາວະ ອາເມລິກາ ແລະ ຫວຽດນາມ ສືບຕໍ່ສ້າງການພົວພັນຢ່າງເລິກເຊິ່ງກ່ວາອີດ, 2 ປະເທດຕ້ອງສືບຕໍ່ແກ້ໄຂບັນດາບັນຫາໂດຍສົງຄາມປະໄວ້. ພິເສດແມ່ນຜົນຮ້າຍຕໍ່ສຸຂະພາບ ແລະ ສະພາບມົນລະພິດຕໍ່ສິ່ງແວດລ້ອມຂອງທາດພິດສີສົ້ມ ດີໂອຊີນ ແລະ ທາດເຄມີຂ້າຫຍ້າອື່ນໆ.