ສະມາຊິກສະພາແຫ່ງຊາດປຶກສາຫາລືຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ
ກອງປະຊຸມສະໄຫມສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ 13
|
(vovworld)- ວັນທີ 23/10, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ບັນດາ ສະມາຊິກສະພາແຫ່ງຊາດສຸມໃສ່ປຶກສາຫາລື ເນື້ອໃນສຳຄັນໃນຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ລວມມີ: ການສະຫລຸບ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ວຽກງານກໍ່ສ້າງພັກ, ຫນ້າທີ່ພັດທະນາປະເທດຊາດໄລຍະ 5 ປີຄືແຕ່ປີ 2016-2020, ຫນ້າທີ່ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ. ກ່ຽວກັບຫນ້າທີ່ພັດທະນາເສດຖະກິດຂອງປະເທດຊາດ, ທ່ານ ຫງວຽນຟີເທື່ອງ, ສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ ຖືວ່າ:
“ບັນຫາສຳຄັນສຳລັບຫວຽດນາມ ໃນອາຍຸການຈະມາເຖິງ ພວກເຮົາຕ້ອງກຳນົດຢ່າງຈະແຈ້ງຫນ້າທີ່ຕົ້ນຕໍ ນັ້ນແມ່ນ ຊຸກຍູ້ການພັດທະນາເສດຖະກິດ. ຕ້ອງປ່ຽນແປງວິທີຈັດແບ່ງແຫລ່ງກຳລັງໃຫ້ພື້ນຖານເສດຖະກິດ. ທີສອງ ແມ່ນສົ່ງເສີມວິສາຫະກິດລົງທຶນ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ. ທີສາມ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ພິເສດ ແມ່ນແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.”