ສະຫຼຸບ 3 ປີແຫ່ງການ ປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”

ສະຫຼຸບ 3 ປີແຫ່ງການ ປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫ່ວ​າງຈຸງຫາຍ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ)


(vovworld) -     ຜູ້​ອຸປະ​ໂພ​ກ ບໍ​ລິ​ໂພ​ກຫວຽດນາມ ນັບ​ມື້​ນັບ​ຕີ​ລາຄາ​ສູງ ​ແລະ ​ໃຫ້​ບຸລິມະສິດ​ຊົ​ມໃຊ້​ສິນຄ້າ​ທ່ີຜະ​ລິດຢູ່​ພາຍ​ໃນ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ຜະລິດ ​ແລະ ຊົມໃຊ້ຢູ່​ພາຍ​ໃນ​ປະ​ເທດ. ນີ້​ແມ່ນ​ຂໍ້​ສັງ​ເກດ​ທີ່​ກອງ​ປະຊຸມສະຫຼຸບ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍປະຕິບັດ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ ບຸລິມະສິດ​ຊົມໃຊ້​ສິນຄ້າ​ຫວຽດນາມ” ​ເຊິ່ງຖື​ກຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/12, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ຫວຽດນາມ ຫ່ວ​າງຈຸງຫາຍ, ປະທານ​ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ຮີ່ນດ໋າມ ພ້ອມ​ກັບ​ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບາງ​ແຂວງ, ນະຄອນ​ພ້ອມ​ກັນ​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫ່ວ​າງຈຸງຫາຍ ​ເນັ້ນ​ໜັກ​ວ່າ; ​ເພື່ອ​ໃຫ້​​ບັ້ນ​ຂົນຂວາຍ​ເສີມ​ຂະຫຍາຍ​ເຂົ້າ​ສູ່​ຊີວິດຕົວຈິງ​ ​ແລະ ມີ​ປະສິດທິ​ຜົນ, ຕ້ອງ​ເພີ​ມທະວີ​ການ​ໂຄສະນາ, ສ້າງ​ຂະ​ບວນການ​ຂົນຂວາຍ​ໃນ​ທົ່ວ​ສັງຄົມ​ສະໜັບສະໜູນ​ປະຕິບັດບັ້ນ​ຂົນຂວາຍຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ ຫ່ວ​າງຈຸງຫາຍ ​ໄດ້​ກ່າວ​ວ່າ.

        “ຈຸດໝາຍ​ຂອງການປະຕິບັດບັ້ນ​ຂົນຂວາຍ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກຊາ​ດ ​ແລະ ສ້າງ​ວັດທະນະທຳ​ຊົມ​ໃຊ້ຂອງ​ຊາວ​ຫວຽດນາມ, ຊຸກຍູ້​ການ​ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນະພາ​ບສູງ ​ທີ່ທ່າ​ແກ້ງ​ແຍ່​ງສູງ ​ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ກາ​ນສົ່ງ​ອອກ. ຈຸດປະສົງຄື​ວ່າ​ງ່າຍ​ດ່າ​ຍ ​ແຕ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ໃຫຍ່​ຫຼວງ​ພິ​ເສດ​ໃນ​ໄລຍະ​ເຊື່ອມ​ໂຫຍງ​ຄື​ປະຈຸ​ບັນ.” 

ຂ່າວ/ບົດ​ອື່ນ