ສະຫລຸບ 10 ປີແຫ່ງການປະຕິບັດ ການສັບຊ້ອນ, ປ່ຽນໃໝ່ນິຄົມກະເສດ, ນິຄົມປ່າໄມ້
(ພາບປະກອບ: ktdt.com.vn)
(vovworld)- ຕອນເຊົ້າວັນທີ 22/3 ຢູ່ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີຫວູວັນນິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດມະຕິຂອງກົມການເມືອງກ່ຽວກັບການສືບຕໍ່ສັບຊ້ອນ, ປ່ຽນໃໝ່ ແລະ ພັດທະນານິຄົມກະເສດ, ນິຄົມປ່າໄມ້ຂອງລັດ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ 45 ແຂວງ, ນະຄອນໃນທົ່ວປະເທດ. ກອງປະຊຸມໄດ້ວິເຄາະບັນດາສິ່ງຍັງຄົງຂ້າງໃນວິວັດທະນະການສັບຊ້ອນ, ປ່ຽນໃໝ່ ແລະ ພັດທະນານິຄົມກະເສດ, ນິຄົມປ່າໄມ້ຂອງລັດ ໃນນັ້ນເນັ້ນໜັກເຖິງການຄຸ້ມຄອງ, ນຳໃຊ້ທີ່ດິນ. ທ່ານຫງວຽນດັງຄວາ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:
“ແຜນນະໂຍບາຍ, ນະໂຍບາຍປ່ຽນໃໝ່, ນິຄົມກະເສດ, ນິຄົມປ່າໄມ້ໃນໄລຍະຜ່ານມາພຽງແຕ່ໄດ້ປ່ຽນແປງຮູບການຈັດຕັ້ງການຄຸ້ມຄອງເປັນຕົ້ນເທົ່ານັ້ນ, ຍັງບໍ່ທັນປ່ຽນແປງການພົວພັນກຳມະສິດ, ປ່ຽນແປງກົນໄກຄຸ້ມຄອງ ແລະ ບໍລິຫານວິສາຫະກິດໄດ້, ສະນັ້ນ ຍັງບໍ່ທັນສ້າງການຫັນປ່ຽນອັນເປັນພື້ນຖານ, ບາງນະໂຍບາຍບໍ່ທັນສອດຄ່ອງກັບພຶດຕິກຳຕົວຈິງ, ການຈັດຕັ້ງປະຕິບັດຍັງບໍ່ທັນເຂົ້າສູ່ຊີວິດຕົວຈິງໄດ້ເທື່ອ“