ພິທີປຸກລະດົມການເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ
|
(vovworld)- ປີ 2016 ແມ່ນປີທຳອິດ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ເປັນເຈົ້າພາບຜັນຂະຫຍາຍເດືອນເຄື່ອນໄຫວເພື່ອຄວາມສະເຫມີພາບລະຫວ່າງຍີງຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ດຳເນີນໄປໃນວັນທີ 15/11-15/12 ດ້ວຍຫົວເລື່ອງ “ຮ່ວມແຮງຮ່ວມໃຈລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”. ໃນເດືອນຜ່ານມາຮ ໄດ້ມີການເຄື່ອນໄຫວນັບຮ້ອຍຢ່າງໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງຈາກສູນກາງລົງຮອດທ້ອງຖິ່ນ, ດຶງດູດການເຂົ້າຮ່ວມໂດຍກົງຂອງປະຊາຊົນນັບຮ້ອຍໆຄົນ. ທີ່ກອງປະຊຸມສະຫລຸບເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປ້ອງກັນ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ດຳເນີນໃນຕອນເຊົ້າວັນທີ 15/12 ຢູ່ ຮ່າໂນ້ຍ, ບັນດາຜູ້ແທນໄດ້ເນັ້ນຫນັກຢ່າງແຮງເຖິງບັນດາການເຄື່ອນໄຫວໃນເດືອນຜ່ານມາແມ່ນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ມີຄູນນະພາບ. ຜູ້ຕາງຫນ້າ ສປຊ ປະຈຳຫວຽດນາມ ຖືວ່າ: ຫວຽດນາມ ຄວນສືບຕໍ່ເພີ່ມທະວີກອບກົດໝາຍ, ນະໂຍບາຍຍົກສູງສິດຂອງແມ່ຍິງ ແລະ ເດັກຍິງ, ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປົກປ້ອງແມ່ຍິງ, ເດັກຍິງ ຢ່າງເຂັ້ມງວດ ພ້ອມທັງເພີ່ມທະວີບັນດາການເຄື່ອນໄຫວປ້ອງກັນເຫດຢ່າງຮອບດ້ານ ກ້າວໄປເຖິງຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.