ສະຫລຸບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ເຂດພູດອຍພາກເຫນືອຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 3 ສິງຫາ, ກອງປະຊຸມສະຫລຸບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ ເຂດພູດອຍພາກເຫນືອ ໄລຍະ 2010- 2020 ຖືກຈັດຂຶ້ນຢູ່ ແຂວງ ຮ່ວາບີງ. 

ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຫົວຫນ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2016 – 2020 ເປັນປະທານກອງປະຊຸມ.ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະເຫນີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ທ້ອງຖິ່ນຕ່າງໆ ສືບຕໍ່ກໍ່ສ້າງຊົນນະບົດໃຫມ່ຢູ່ຂັ້ນຕາແສງ, ຂັ້ນເມືອງ, ບຸລິມະສິດກໍ່ສ້າງຊົນນະບົດໃຫມ່ຢູ່ຂັ້ນບ້ານ ພ້ອມທັງມີກົນໄກ, ນະໂຍບາຍພິເສດສຳລັບບັນດາແຂວງພູດອຍທາງພາກເຫນືອ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງຊົນນະບົດໃຫມ່.

ພາຍຫລັງ 10 ປີ ແຫ່ງການປະຕິບັດ, ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃຫມ່, ຊີວິດການເປັນຢູ່ທາງດ້ານຈິດໃຈ ແລະວັດຖຸຂອງ ປະຊາຊົນຢູ່ບັນດາແຂວງພູດອຍທາງພາກເຫນືອ ມີການປ່ຽນແປງຢ່າງເຫັນໄດ້ຊັດ. ປະຊາຊົນ ໄດ້ປະຕິບັດຫັນປ່ຽນອົງປະກອບຜົນລະປູກ, ການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຄ່າຄອງຊີບກໍ່ໄດ້ຮັບການປັບປຸງດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ