ສະຫະປະຊາຊາດຖືກປະລາໄຊໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງພັກຝ່າຍຕ່າງໆຢູ່ລີບີ

(VOVWORLD) -ໃນບັນດາການເຈລະຈາເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງພັກຝ່າຍຕ່າງໆຢູ່ລີບີ ພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ ທີ່ແກ່ຍາວເປັນເວລາ 1 ເດືອນຜ່ານມາ ໄດ້ສິ້ນສຸດລົງໃນວັນທີ 21 ຕຸລາ, ຢູ່ນະຄອນຫຼວງ Tunis, ປະເທດTunisia

ສະຫະປະຊາຊາດຖືກປະລາໄຊໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງພັກຝ່າຍຕ່າງໆຢູ່ລີບີ - ảnh 1 ທູດພິເສດສະຫະປະຊາຊາດກ່ຽວກັບລີບີ Ghasan Salame

(ພາບ: AFP/ TTXVN)

ຫາກບໍ່ບັນລຸໄດ້ບໍ່ວ່າບາດກ້າວເດີນໃດໆພໍສົມຄວນ ໃນຄາດໝາຍຮັບປະກັນຄວາມສະຖຽນລະພາບຂອງປະເທດຊາດ ແລະ ເປີດຊ່ອງທາງໃຫ້ບັນດາການເລືອກຕັ້ງ. ກ່າວຄຳເຫັນກັບບັນດານັກຂ່າວ, ພາຍຫຼັງສິ້ນສຸດຮອບເຈລະຈາຄັ້ງທີ 2 ຢູ່ Tunis, ທູດພິເສດສະຫະປະຊາຊາດກ່ຽວກັບລີບີ Ghasan Salame ໃຫ້ຮູ້ວ່າ, ບັນດາການເຈລະຈາຈະສືບຕໍ່ປະຕິບັດ, ແຕ່ບໍ່ເຜີຍເວລາລາຍລະອຽດ. ຕາມທ່ານ Salame ແລ້ວ, ບັນດາຝ່າຍໄດ້ “ເຫັນດີໄດ້ບາງຈຸດ, ແຕ່ຍັງມີບັນດາພາກສ່ວນຕ້ອງໄດ້ຮັບການປຶກສາຫາລືກັບການນຳດ້ານການເມືອງຢູ່ລີບີ”.

ຕອບກັບ

ຂ່າວ/ບົດ​ອື່ນ