(ພາບປະກອບ)
(vovworld) - ດ້ວຍ 107 ບັດເຫັນດີ, 12 ບັດຄ້ານ ແລະ 59 ບັດຂາວ, ວັນທີ 16/05, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮັບຮອງເອົາມະຕິໂດຍ ກວາຕາ ແລະ ບາງປະເທດອາຣັບ ສະເໜີ, ໃນນັ້ນ, ຮຽກຮ້ອງເລີ່ມດຳເນີນວິວັດການມອບໂອນສິດອຳນາດການເມືອງຢູ່ຊີຣີ ແລະ ກ່າວປະນາມເຈົ້າໜ້າທີ່ຊີຣີ ເຊິ່ງໄດ້ເຮັດໃຫ້ການປະທະກັນປິນຂັ້ນໃດ. ໃນຂະນະທີ່ອາເມລິກາ ສະໜັບສະໜູນຢ່າງແຮງ, ລັດເຊຍ ເຊິ່ງເປັນສຳພັນທະມິດທີ່ສະໜິດແໜ້ນກັບຊີຣີ, ພັດກະຕຸກຊຸກຍູ້ປ່ອນບັດຄ້ານ ຍ້ອມຖືວ່າ ການສະໜັບສະໜູນມະຕິດັ່ງກ່າວ “ຈະສົ່ງຜົນສະທ້ອນບໍ່ດີເຖິງທຸກຄວາມມານະພະຍາຍາມ ເພື່ອໃຫ້ນຳບັນດາຝ່າຍປະທະກັນຢູ່ຊີຣີ ເຂົ້າຮ່ວມຮອບເຈລະຈາ”. ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະເຂົ້າຮ່ວມກອງປະຊຸມຂອງກຸ່ມ “ບັນດາເພື່ອນມິດຂອງຊີຣີ”, ເຊິ່ງຄ່ດວ່າຈະດຳເນີນໃນກາງອາທິດຈະມາເຖິງ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16/05, ລັດຖະບານອາເມລິກາ ໄດ້ຍົກອອກບັນດາມາດຕະການລົງໂທດໃໝ່ແນໃສ່ລັດຖະບານຂອງປະທານາທິບໍດີຊີຣີ Bashar al Assad ກໍຄືບັນດາອົງການ, ອົງການຈັດຕັ້ງທີໜູນຊ່ວຍໃຫ້ລັດຖະບານຊີຮີ.