ສະຫະປະຊາຊາດຮຽກຮ້ອງໃຫ້ບັນດາຝ່າຍຢູ່ລີບີຢຸດຕິການໃຊ້ຄວາມຮຸນແຮງ

(VOVWORLD) -ວັນທີ 10 ຕຸລາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານລີບີ ແລະ ບັນດາຝ່າຍຄ້ານຢຸດຕິການປະທະກັນ ແລະ ການໃຊ້ຄວາມຮຸນແຮງ, ເຊື່ອມຕໍ່ຮອບເຈລະຈາຄືນໃໝ່ ແລະ ພ້ອມກັນຮ່ວມມືກ່ອນທີ່ດຳເນີນການເລືອກຕັ້ງຄັ້ງໃຫຍ່ທີ່ມີຄວາມຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.

ສະຫະປະຊາຊາດຮຽກຮ້ອງໃຫ້ບັນດາຝ່າຍຢູ່ລີບີຢຸດຕິການໃຊ້ຄວາມຮຸນແຮງ - ảnh 1 ສະຫະປະຊາຊາດຮຽກຮ້ອງໃຫ້ບັນດາຝ່າຍຢູ່ລີບີຢຸດຕິການໃຊ້ຄວາມຮຸນແຮງ

(ພາບປະກອບ: AFP/TTXVN)

ສະພາຄວາມໝັ້ນຄົງສະຫະປະຊາຊາດລວມມີ 15 ປະເທດສະມາຊິກ, ໄດ້ສະໜັບສະໜູນທຸກໆແຜນການຂອງທ່ານ Ghasan Salame, ທູດພິເສດຂອງສະຫະປະຊາຊາດຢູ່ລີບີ ກ່ຽວກັບວິວັດທະນາການສ້າງສັນຕິພາບຄືນໃໝ່, ຈັດແບ່ງສິດອຳນາດ ແລະ ບັນດາການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີລີບີ, ຄາດວ່າຈະຖືກດຳເນີນໃນເດືອນກໍລະກົດ 2018.  ໃນຖະແຫຼງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສົ່ງເສີມໃຫ້ທຸກໆຄົນຢູ່ລີບີ ຮ່ວມມືນຳກັນດ້ວຍຈິດໃຈປະນິປະນອມຕັ້ງໜ້າເຂົ້າຮ່ວມວິວັດທະນາການການເມືອງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ