ສະຫະປະຊາຊາດແລະຊີຣີເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ

(VOVWORLD) -ວັນທີ 09 ມັງກອນ, ທ່ານ Mark Lowcock, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ທັງເປັນຫົວໜ້າຫ້ອງການປະສານງານບັນດາບັນຫາມະນຸດສະທຳ (OCHA), ໄດ້ປຶກສາຫາລືກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຊີຣີ Walid Al Moallem
ສະຫະປະຊາຊາດແລະຊີຣີເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ - ảnh 1 (ພາບປະກອບ: AFP/TTXVN)

ກ່ຽວກັບບັນດາມາດຕະການປັບປຸງການຮ່ວມມືລະຫວ່າງ OCHA ແລະ ລັດຖະບານຊີຣີ. ທ່ານ Mark Lowcock ເນັ້ນໜັກວ່າ, ສະຫະປະຊາຊາດຈະຮ່ວມມືກັບລັດຖະບານຊີຣີ ຕາມບັນດາຫຼັກການຂອງການເຄື່ອນໄຫວມະນຸດສະທຳ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Walid Al Moallem ໄດ້ຢ້ຳຄືນວ່າ ຊີຣີ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດໃນຂົງເຂດມະນຸດສະທຳ. ຊີຣີ ຫຼີກລ້ຽງການຫັນການເຄື່ອນໄຫວໜູນຊ່ວຍມະນຸດສະທຳເປັນບັນຫາການເມືອງ.

        ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Mark Lowcock ໄດ້ໄປສຳຫຼວດຕົວຈິງຢູ່ຊີຣີ ໃນລະຫວ່າງວັນທີ 09 – 12 ມັງກອນ 2018.

ຕອບກັບ

ຂ່າວ/ບົດ​ອື່ນ