ສະຫະສະມາຄົມປາຈາຫວຽດນາມຄັດຄ້ານລັດຖະບານອາເມລິກາ

ສະຫະສະມາຄົມປາຈາຫວຽດນາມຄັດຄ້ານລັດຖະບານອາເມລິກາ - ảnh 1
ພາບປະກອບ: internet


(vovworld)- ວັນ​ທີ 6/9, ສະຫະ​ສະມາຄົມ​ປາຈາ​ຫວຽດນາມ ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​​ຄັດຄ້ານ​ໝາກຜົນ​ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ຂອງ​ລັດ​ຖະບານ ອາ​ເມລິ​ກາ ສຳລັບ​ຜະລິດ​ຕະພັນ​ປາຈາ​ຫວຽດນາມ​ທີ່ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ອາ​ເມ​ລິ​ກາ. ສະຫະ​ສະມາຄົມ​ປາ​ຈາ ຫວຽດນາມ ສະ​ເຫ​ນີ: ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ສືບສວນ​ຕ້ານ​ການ​ຂາຍ​ບຸບລາຄາ​ຜະລິດ​ຕະພັນ​ປາຈາ​ເຂົ້າ​ຕະຫລາດ​ອາ​ເມ​ລິ​ກາ ​ແລະ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຈົ່ງ​ພິຈາລະ​ນາ​ຄືນອັດ​ຕາ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ສຳລັບ​ບັນດາ​ຜະລິດ​ຕະພັນ​ປາຈາ​ຫວຽດນາມ ​ແລະ ພິຈາລະນາ​ເລື່ອງ​ນຳ​ໃຂ້ ປະ​ເທດ​ບັງ​ກະລາ​ເທດ ​ເປັນ​ປະ​ເທດ​ປ່ຽນ​ແທນ​ເພື່ອ​ຄິດ​​ໄລ່​ລະດັບ​ຂາຍ​ບຸບລາຄາ ​ແລະ ອັດ​ຕາ​ພາສີຕ້ານ​ການ​ຂາຍ​ບຸບລາຄາ​ແທນ​ໃຫ້​ປະ​ເທດ​ອິນ​ໂດ​ເນ​ເຊຍ. ​ໃນ​ຫລາຍ​ປີ​ຜ່ານ​ມາ ຜະລິດ​ຕະພັນ​ປາຈາ​ຂອງ​ຫວຽດນາມ ຖືກ​ຈັດ​ວາງ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ເຂົ້າ​ຕະຫລາດ​ອາ​ເມ​ລິກາ​ ນັບ​ມື້​ນັບ​ສູງ, ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ແຮງ​ງານ​ທັງ​ໝົດ​ໃນ​ຂະ​ແຫນງ​ລ້ຽງ​ປູກ, ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ປາຈາ ຫວຽດນາມ, ຜົນ​ສະທ້ອນ​ເຖິງ​ການຈຳຫນ່າຍ​ປາຈາ​ຂອງ​ຫວຽດນາມ ຢູ່ ຕະຫລາດ​ອາ​ເມ​ລິ​ກາ ພ້ອມ​ທັງ​ໄປ​ຝືນ​ກັບ​ທ່າ​ອ່ຽງການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ ​- ອາ​ເມ​ລິ​ກາ ຊື່​ງລັດຖະບານ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມ​ມານະ​ພະຍາຍາມ​ປະຕິບັດ.

 

ຂ່າວ/ບົດ​ອື່ນ