ສະຫະສະມາຄົມໝູ່ບ້ານຫັດຖະກຳ ລົງນາມໃນຂໍ້ຕົກລົງຮ່ວມມືກັບ VCCI

ສະຫະສະມາຄົມໝູ່ບ້ານຫັດຖະກຳ   ລົງນາມໃນຂໍ້ຕົກລົງຮ່ວມມືກັບ VCCI - ảnh 1
ທ່ານຮ່ວາງວັນຢູ໋ງ ຮອງປະທານຜູ້ປະຈຳ VCCI ກ່າວຄຳເຫັນທີ່ພິທີລົງນາມ
ພາບ:dddn.com.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດຖະກຳ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມືກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ(VCCI) ກ່ຽວ​ກັບ​ໂຄງການ“ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດ​ຖະກຳ​ ຫວຽດນາມ​ ໃນ​ການ​ນຳ​ໃຊ້​ການ​ຄ້າ​ເອ​ເລັກ​ໂຕ​ນິກຮັບ​ໃຊ້​ການ​ສົ່ງອອກ.” ຕາມ​ນັ້ນ​ແລ້ວ, VCCI ​ໄດ້​ຄັດເລືອກວິ​ສາ​ຫະກິດ 10 ​ແຫ່ງ​ທີ່​ຂຶ້ນ​ກັບ​ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດຖະກຳ​ຫວຽດນາມ ​ເພື່ອ​ຫນູນ​ຊ່ວຍ​ການ​ນຳ​ໃຊ້​ເຄື່ອງມື​ກໍ່ສ້າງ​ຮ້ານ​ຂາຍ​ສິນຄ້າ​ຍ່ອຍ​ໂດຍ​ກົງ​ທາງ​ອິນ​ເຕີ​ແນ​ດ​ເປັນ​ຮູບ​ແບບ​ຕົວຢ່າງ. ທ່ານ      ​ລື​ວຢືວ​ເຢີ​ນ ປະທານ​ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດຖະກຳ​ຫວຽດນາມ​ໃຫ້​ຮູ້​ວ່າ: ​ການ​ຮ່ວມ​ມື​ລະຫວ່າງ​ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດຖະກຳ​ຫວຽດນາມ ​ແລະ VCCI ​ເພື່ອ​ການ​ພັດທະນາ​ລວມຂອງ​ໝູ່​ບ້ານ​​ຫັດຖະກຳ​ຫວຽດນາມ. ການ​ຮ່ວມ​ມື​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ເພື່ອ​ຜັນ​ຂະຫຍາຍ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ຍົກ​ສູງ​ກຳລັງ​ຄວາ​ມສາມາດ​ການ​ແກ້ງ​ແຍ້​ງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ໝູ່​ບ້ານ​ຫັດຖະກຳ.”

        VCCI ກໍ​ຈະ​ຕັ້ງຫນ້າ​ໂຄສະນາ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ, ​ເຄ່ືອງ​ຈັກ​ສານ, ​ເຄື່ອງ​ປັ້ນດິນ​ເຜົາ ຂອງ​ສະຫະ​ສະມາຄົມ​ໝູ່​ບ້ານ​ຫັດຖະກຳ​ຢູ່​ບັນດາ​ກອງ​ປະຊຸມ, ການ​ສຳ​ມະ​ນາສາ​ກົນ​​ໂດຍ VCCI ຈັດ​ຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ