ສະເຫຼີມສະຫຼອງ 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ 10/10
(ສະເຫຼີມສະຫຼອງ 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ)
(vovworld) – ວັນທີ 10/10, ໃນໂອກາດສະເຫຼີມສະຫຼອງ 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (10/10) ນະຄອນຫຼວງຮ່າໂນ້ຍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ, ໃນນັ້ນມີພິທີຍ້ອງຍໍ “ວຽກດີ, ຄົນເດັ່ນ“, ຜູ້ທີ່ດີເດັ່ນໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ ແລະ ເຊີດຊູ “ພົນລະເມືອງນະຄອນຫຼວງທີ່ດີເດັ່ນ“ ປີ 2013.
ເນື່ອງໃນໂອກາດນີ້, ໜັງສືພິມເຍິນເຢີນ, ສຽງຂອງງພັກກອມມູນິດຫວຽດນາມ ໄດ້ລົງພິມບົດ ຮ່າໂນ້ຍຜ່ານຜ່າຄວາມຫຍຸ້ງຍາກດ້ວຍຄວາມຂະຫຍັນຂັນເຄື່ອນ. ບົດໜັງສືພິມໄດ້ເນັ້ນໜັກວ່າ: 59 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ, ຈາກນະຄອນນ້ອຍ, ຫຍໍ້ທໍ້ໃນທຸກດ້ານ, , ພາຍຫຼັງເປີດກວ້າງເນື້ອທີ່ບໍລິຫານ, ຮ່າໂນ້ຍ ໄດ້ກາຍເປັນນະຄອນໃຫຍ່ຂອງພາກພື້ນ. ເມື່ອທຽບໃສ່ປີ 1954, ເນື້ອທີ່ຂອງຮ່າໂນ້ຍໃນປະຈຸບັນໄດ້ເພີ່ມຂຶ້ນທົບ 18 ເທົ່າ, ພົນລະເມືອງເພີ່ມຂຶ້ນ 17 ເທົ່າ. ບົດໜັງສືພິມຢືນຢັນວ່າ, ດ້ວຍນຳ້ໃຈສາມັກຄີ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ເຈດຈຳນົງບືນຕົວຂຶ້ນຂອງອົງຄະນະພັກ ແລະ ປະຊາຊົນ, ນະຄອນຫຼວງຮ່າໂນ້ຍ ຈະຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ປະຕິບັດສຳເລັດບັນດາຄາດໝາຍເສດຖະກິດ, ສັງຄົມ, ມີບັນດາບາດກ້າວຢ່າງໝັ້ນຄົງ, ສ້າງນະຄອນຫຼວງໃຫ້ນັບມື້ນັບຮັ່ງມີເຂັ້ມແຂວງ, ສີວິໄລ ແລະ ທັນສະໄໝ.