ພາບປະກອບ
(vovworld) - ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັນຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ (18/01/1950 – 18/01/2013) ແລະ ຕ້ອນຮັບປີໃໝ່ ປີມະເສງ ເມື່ອຕອນຄຳ່ວັນທີ 25/01 ຢູ່ນະຄອນ ໂຮ່ຈີມິນ. ໃນກ່ວາ 20 ປີຜ່ານມາ, ການພົວພັນມິດຕະພາບ, ຮ່ວມມື ລະຫວ່າງສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ຈີນ ປະຈຳ ນະຄອນ ໂຮ່ຈີມິນ ພັດທະນາຢ່າງດີງາມ, ປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ຈີນ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ກ່າວຄຳເຫັນນະພິທີ, ທ່ານ ຈົວໄຫຼໝຽງ, ຫົວໜ້າສະຖານກົງສູນໃຫຍ່ ຈີນ ປະຈຳ ນະຄອນ ໂຮ່ຈີມິນ ຊີ້ແຈ້ງວ່າ:
“ບົດຮຽນປະຫວັດສາດໄດ້ໃຫ້ເຫັນວ່າ ຈີນ - ຫວຽດນາມ ສາມັກຄີ, ມິດຕະພາບແມ່ນແທດເໝາະກັບຜົນປະໂຫຍດພື້ນຖານຂອງປະຊາຊົນ 2 ປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ: ພວກເຮົາລ້ວນແຕ່ພິຈາລະນາອະນາຄົດຂອງການພົວພັນຈີນ - ຫວຽດນາມ, ທີ່ເລີ່ມມາຈາກຄວາມຜາສຸກຂອງປະຊາຊົນ 2 ປະເທດ, ພ້ອມກັນມານພະຍາຍາມສ້າງສາຍພົວພັນມິດຕະພາບ ຈີນ - ຫວຽດນາມ ໃຫ້ໜັ້ນຄົງຕະຫຼອດໄປ”