ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມຢູ່ຝລັ່ງ
ທ່ານເອກອັກຄະລັດຖະທູດ Duong Chi Dung ອວຍພອນພະນັກງານ,
ນັກຂ່າວໜັງສືພິມ Nhan Dan ປະຈຳ ສ. ຝຣັ່ງ
(vovworld) - ໂດຍຕອບສະໜອງການເຄື່ອນໄຫວຕ່າງໆ ຢູ່ພາຍໃນປະເທດ, ສື່ມວນຊົນຫວຽດນາມສາຂາຢູ່ ສ.ຝລັ່ງໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 - 21/6/2012) ຢູ່ສຳນັກງານໜັງສືພິມ Nhan Dan (ປະຊາຊົນ) ປະຈຳ ສ.ຝລັ່ງ. ນະພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ຝລັ່ງ Duong Chi Dung ໄດ້ຢັ້ງຢືນວ່າ ການນຳສະຖານທູດຮັບຮູ້ ແລະ ຍ້ອງຍໍບັນດາຜົນງານເຊິ່ງນັກຂ່າວຫວຽດນາມປະຈຳ ສ. ຝລັ່ງ ບັນລຸໄດ້ໃນການປະຕິບັດງານຢູ່ ຝລັ່ງ.
ໃນຊຸມປີຜ່ານມາ, ບັນດາອົງການຕາງໜ້າສື່ມວນຊົນຫວຽດນາມ ປະຈຳ ສ.ຝລັ່ງ ໄດ້ໃຫ້ຂ່າວຢ່າງໄວ, ທັນການ ແລະ ມີຄຸນນະພາບກ່ຽວກັບບັນດາເຫດການ ແລະ ການ ເຄື່ອນໄຫວຢູ່ ສ. ຝລັ່ງ ແລະ ເອີລົບ, ບັນດານັກຂ່າວຫວຽດນາມ ປະຈຳ ສ.ຝລັ່ງ ໄດ້ໃຫ້ຂ່າວຢ່າງຄົບຖ້ວນຜ່ານບັນດາຮູບການສື່ມວນຊົນ, ສະໜອງຂໍ້ມູນຂ່າວຢ່າງຮອບດ້ານ ແລະ ຫຼາຍຝ່າຍຢູ່ບໍລິເວນ.