ສະເຫຼີມສະຫຼອງ64ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນຢູ່ຮົ່ງກົງ

ສະເຫຼີມສະຫຼອງ64ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນຢູ່ຮົ່ງກົງ - ảnh 1
ສະຖານ​ກົງ​ສູນ​​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​​ເກົາ (ປະ​ເທດ ຈີ​ນ) ໄດ້ຈັດງານລ້ຽງສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ຈີນ
(ພາບ: baomoi.com)

(vovworld) – ​ຕອນ​ຄຳ່ວັນ​ທີ 17/1, ຢູ່​ສະຖານ​ກົງ​ສູນ​​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​​ເກົາ (ປະ​ເທດ ຈີ​ນ) ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ຈີນ (18/1/1950 – 18/1/2014).

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ ຫງວຽນ​ທິຫຍາ, ຫົວໜ້າ​ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​ເກົາ (ປະ​ເທດ​ຈີນ) ​ໄດ້​ທົບ​ທວນຄືນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ຈີນ ​ໃນ​ຕະຫຼອດ 64 ປີຜ່ານມາ, ​ທ່ານ​ນາງ​ໄດ້​ເນັ້ນ​ໜັກ​ວ່າ​: ນັບ​ແຕ່​ເມື່ອ​ສ້າງ​ການ​ພົວພັນ​​ເປັນ​ປົກກະຕິ​​ໃນ ປີ 1991 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໄດ້​ຮັບ​ການພັດທະນາ​ຢ່າງ​ເລິກ​ເຊິ່ງ ກ້ວາງ​​ຂວາງ​ໃນ​ທຸກໆ​ຂົງ​ເຂດ​ຢ່າງ​ບໍ່​ຢຸດຢັ້ງ. ທ່ານ​ນາງ ຫງວຽນ​ທິຫຍາ ຖື​ວ່າ: ​ໃນ​ທ່າ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ ຫວຽດນາມ - ຈີນ ນັ້ນ, ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ບັນດາ​ທ້ອງ​ຖີ່​ນຂອງ ຫວຽດນາມ ກັບ ຮົ່ງກົງ ​ໃນ​ໄລຍະ​ຜ່ານ​ມາ​ກໍ່ມີ​ບັນ​ດາ​ບາດກ້າວ​ພັດທະນາ​ຢ່າງ​ແທ​ດຈິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​​ເສດຖະກິດ, ການ​ຄ້າ.

        ສ່ວນ​ທ່ານ ຊູ​ງ​ເຈືອ​, ຫົວໜ້າ​ຜູ້ຕາງໜ້າ​ການ​ທູດ ຈີນ ປະຈຳ ຮົ່ງກົງ ​ເນັ້ນ​ໜັກ​ວ່າ: ພັດທະນາ​ການ​ພົວພັນ​ລະ​ຫວ່າງ ຮົ່ງກົງ ​ແລະ ຫວຽດນາມ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຈີນ. ທ່ານ ຊູ​ງ​ເຈືອ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຂອງ​ສະຖານກົງສູນ​ໃຫຍ່ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ການ​ຮ່ວມ​ມື ຮົ່ງກົງ - ຫວຽດນາມ ກ່ວາ​ອີກ.

 



ຂ່າວ/ບົດ​ອື່ນ