ສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ ນະຄອນ ໂຮ່ຈີມິນ

(VOVWORLD) - ຕອນຄ່ຳວັນທີ 08 ມິຖຸນາ, ສະຖານກົງສູນໃຫຍ່ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ (12/06/1990 – 12/06/2017)
ສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ ຢູ່ ນະຄອນ ໂຮ່ຈີມິນ - ảnh 1 ທ່ານ Popov Alekey Viladimirovick ຫົວໜ້າສະຖານກົງສູນໃຫຍ່ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ (ພາບ: ຫວຽດນາມ+)

ກ່າວຄຳເຫັນທີ່ພິທີ, ທ່ານ ຮີງແກກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນັບແຕ່ເມື່ອການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຍົກຂຶ້ນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານແຕ່ປີ 2012, ການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບພັດທະນາແຮງ. ນະຄອນ ໂຮ່ຈີມິນ ພວມ ແລະ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຖານທູດ, ສະຖານກົງສູນໃຫຍ່ ລັດເຊຍ ເພື່ອຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ ເພື່ອສົບເປັນມູນເຊື້ອອັນດີງາມໃນການພົວພັນ 2 ປະເທດເຊິ່ງມີມາແຕ່ດົນນານແລ້ວ.

        ສ່ວນທ່ານ Popov Alekey Viladimirovick ຫົວໜ້າສະຖານກົງສູນໃຫຍ່ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຕີລາຄາບັນດາການຢ້ຽມຢາມຂັ້ນສູງຂອງການນຳ 2 ປະເທດໃນໄລຍະຜ່ານມາ ໄດ້ເປັນການພິສູດໃຫ້ເຫັນການພົວພັນອັນດີງາມລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ