(vovworld) - ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ພວມດຳເນີນໄປຢູ່ບັນດາໝູ່ບ້ານຊົນເຜົ່າ, ທີ່ຂຶ້ນກັບບ້ານວັດທະນະທຳ, ເຂດທ່ອງທ່ຽວບັນດາເຜົ່າຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮີ່ວນດາມ (Huỳnh Đảm) ຖືວ່າ ໃນຊຸມປີຜ່ານມາ, ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ມີການປະກອບສ່ວນເຂົ້າໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຫວຽດນາມ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊີ້ແຈ້ງວ່າ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ໃນຊຸມປີຈະມາເຖິງ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍ, ຈັດຕັ້ງເຫດການ ແລະ ຖືນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອປະຈຳປີ, ຜ່ານນັ້ນທະວີຄູນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາເຜົ່າແລກປ່ຽນວັດທະນະທຳ, ສິລະປະ, ພ້ອມກັນແບ່ງປັນ, ຊ່ວຍເຫຼືອ, ຮັກສາ, ເສີມຂະຫຍາຍສີສັນຂອງຊາດ, ພັດທະນາເສດຖະກິດຢູ່ທ້ອງຖິ່ນ ດ້ວຍບັນດາການເຄື່ອນໄຫວຢ່າງລະອຽດ, ແທດຈິງທີ່ສຸດ.