ສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົບ ໃນອາຊຽນ

(VOVWORLD) -ປັດຈຸບັນມີແຮງງານອົບພະຍົກເກືອບ 6,8 ລ້ານຄົນພາຍໃນກຸ່ມ ອາຊຽນ ໃນຈຳນວນແຮງງານ ອົບພະຍົບ ລວມທັງໝົດ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກໃນອາຊຽນ
ສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົບ ໃນອາຊຽນ - ảnh 1ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ

     ເວທີປະໄສສົນທະນາຂັ້ນສູງ ກ່ຽວກັບແຮງງານອົບພະຍົບ ແລະ ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 20 ເມສາ ຕາມຮູບການທາງອອນລາຍ ໂດຍມີການຊ່ວຍໜູນຈາກຄະນະເລຂາອາຊຽນ ແລະ ອົງການສົນທະນາສະຫະພາບ ເອີລົບ - ອາຊຽນ. ປັດຈຸບັນມີແຮງງານອົບພະຍົກເກືອບ 6,8 ລ້ານຄົນພາຍໃນກຸ່ມ ອາຊຽນ ໃນຈຳນວນແຮງງານ ອົບພະຍົບ ລວມທັງໝົດ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກໃນອາຊຽນ. ທ່າອ່ຽງຜັນປ່ຽນສະຖານທີ່ອອກແຮງງານຂອງແຮງງານທັງຢູ່ພາຍໃນ ແລະ ນອກອາຊຽນ ຈະນັບມື້ນັບເພີ່ມຂຶ້ນ ພ້ອມກັບບັນດາບາດກ້າວ ຂອງວິວັດການເຊື່ອມໂຍງ ແລະ ຢັ້ງຢືນຖານະບົດບາດຂອງ ອາຊຽນ ໃນທົ່ວໂລກ.

    ບົດລາຍງານຄົ້ນຄວ້າ ໄດ້ນຳສະເໜີຮູບພາບສັງລວມ ກ່ຽວກັບກົດໝາຍ ແລະ ບັນດາລະບຽບການກ່ຽວກັບແຮງງານອົບພະຍົບຢູ່ບັນດາປະເທດອາຊຽນ ພ້ອມທັງເຕື້ອງເຖິງບັນດາສິ່ງທ້າທາຍສະເພາະ ຂອງແຕ່ລະປະເທດ ກໍ່ຄືບັນດາສິ່ງທ້າທາຍລວມຂອງພາກພື້ນ. ບົດລາຍງານຈະເປີດບັນດາການເຄື່ອນໄຫວຮ່ວມມືທີ່ມີທ່າແຮງບົ່ມຊ້ອນເພື່ອຍົກສູງຄວາມສາມາດຍົກສູງການຄຸ້ມຄອງແຮງງານອົບພະຍົບໃນ ອາຊຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ