ສະເໜີບັນດາມາດຕະການແກ້ໄຂໃນການພັດທະນາໄຟຟ້າແຮງລົມນອກຝັ່ງທະເລຢູ່ຫວຽດນາມ

(VOVWORLD) -ບັນດານັກບັນລະຍາຍກໍ່ປຶກສາຫາລື ແລະ ຍົກອອກບັນດາມາດຕະການລະອຽດຄື ລັດຕ້ອງມີກົນໄກສະເພາະ ເພື່ອຈັດວາງໃຫ້ແກ່ເປົ້າໝາຍພັດທະນາໄຟຟ້າແຮງລົມນອກຝັ່ງທະເລ.
ສະເໜີບັນດາມາດຕະການແກ້ໄຂໃນການພັດທະນາໄຟຟ້າແຮງລົມນອກຝັ່ງທະເລຢູ່ຫວຽດນາມ - ảnh 1ການໂອ້ລົມສົນທະນາທາງອອນລາຍ
(ພາບ: Trí thức & Cuộc sống)

ຕອນບ່າຍວັນທີ 18 ສິງຫາ, ສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ສົມທົບກັບອົງການຂໍ້ລິເລີມກ່ຽວກັບການຫັນປ່ຽນພະລັງງານຫວຽດນາມ ຈັດການໂອ້ລົມສົນທະນາທາງອອນລາຍ “ພັດທະນາໄຟຟ້າແຮງລົມນອກຝັ່ງທະເລຢູ່ ຫວຽດນາມ: ບັນດາຂໍ້ກຳນົດຕີລາຄາຜົນກະສົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ”.

ທີ່ການໂອ້ລົມສົນທະນາ, ມີນັກຊ່ຽວຊານຫຼາຍທ່ານຖືວ່າ ຄວນສ້າງຕັ້ງຂັ້ນຕອນພັດທະນາໂຄງການພາຍໃຕ້ຮູບແບບປະຕູດຽວ ເພື່ອຮັບປະກັນເອກະພາບກ່ຽວກັບດ້ານກົດໝາຍ ແລະ ປະສິດທິຜົນໃນການລົງທຶນ. ນອກນັ້ນ, ການພັດທະນາໄຟຟ້າແຮງລົມນອກຝັ່ງທະເລ ຕ້ອງອີງໃສ່ລະບົບສະໜອງຜະລິດອຸດສາຫະກຳ ແລະ ການບໍລິການພະລາທິການ ແລະ ຂໍ້ສັງເກດກາລະໂອກາດດຳເນີນທຸລະກິດ, ເຂົ້າຮ່ວມລະບົບສະໜອງ ຈະປະກອບສ່ວນຕົກລົງຜົນສຳເລັດຂອງ ຫວຽດນາມ ໃນຂົງເຂດນີ້. ຄຽງຂ້າງນັ້ນ, ບັນດານັກບັນລະຍາຍກໍ່ປຶກສາຫາລື ແລະ ຍົກອອກບັນດາມາດຕະການລະອຽດຄື ລັດຕ້ອງມີກົນໄກສະເພາະ ເພື່ອຈັດວາງໃຫ້ແກ່ເປົ້າໝາຍພັດທະນາໄຟຟ້າແຮງລົມນອກຝັ່ງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ