ສາກົນຕີລາສູງຄວາມມານະພະຍາຍາມ ຂອງຫວຽດນາມໃນຂົງເຂດສະກິກຳ

ສາກົນຕີລາສູງຄວາມມານະພະຍາຍາມ ຂອງຫວຽດນາມໃນຂົງເຂດສະກິກຳ - ảnh 1

(ພາບປະກອບ: baophutho.vn)

(vovworld): ທີ່​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ຄັ້ງທີ 43 ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ດາ​ວໍ​ສ ປະ​ເທດ​ສະ​ວິດ, ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ. ຕາມ​ທ່ານ​ກາວ​ດຶດຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​​ແລ້ວ, ຫຼາຍ​ປະ​ເທດ​ໃນ​ໂລກ​ຢາກ​ທາ​ບທາມ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ກະສິກຳ. ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ແລກປ່ຽນ​ບັນດາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຮູບ​ແບບ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-​ພາກ​ເອກະ​ຊົນ​ໃນ​ຂົງ​ເຂດ​ກະສິກຳ ​ເພື່ອ​ແນ​ໃສ່​ພັດທະນາ​ການ​ຜະລິດ, ຮັກສາ​ຕະຫຼາດ​ສິນຄ້າ​ກະສິກຳ​ຕົ້ນຕໍຈຳນວນ​ໜຶ່ງຂອງ​ຫວຽດນາມ ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ