ສ້າງຕັ້ງຄະນະກຳມາທິການຫວຽດນາມໃນບັນດາຄະນະກຳມະການລະຫວ່າງລັດຖະບານ

ສ້າງຕັ້ງຄະນະກຳມາທິການຫວຽດນາມໃນບັນດາຄະນະກຳມະການລະຫວ່າງລັດຖະບານ - ảnh 1
(ພາບ​ປະ​ກອບ: thutuong.chinhphu.vn)

(vovworld)- ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫາກໍ່​ຕົກ​ລົງ​ສ້າງ​ຕັ້ງ, ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ຫວຽດ​ນາມ ໃນ​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກັບ​ຕ່າງ​ປ​ະເທດ. ຕາມນັ້ນ​ແລ້ວ, ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ໄດ້​ຮັບການສ້າງ​ຕັ້ງບົນ​ພື້ນ​ຖານ​ສົນ​ທິ​ສັນ​ຍາ​ສາ​ກົນ ໃນ​ນາມ​ລັດ​ຖະ​ບານ ແລະ ສາ​ມາດ​ມີ​ຊື່​ເອີ້ນ​ເປັນ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ປະ​ສົມ, ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ, ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື, ຄະ​ນະ​ກຳ​ມະ​ການ​ປະ​ຕິ​ບັດ​ງານ, ຄະ​ນະ​ກຳ​ມະ​ການ​ຄູ່​ຮ່ວມ​ມື, ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື, ສະ​ພາ ຫຼື ບັນ​ດາ​ຊື່​ເອີ້ນ​ອື່ນ ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາສາ​ກົນ ເຊິ່ງ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ. ຄະ​ນະ​ກຳ​ມ​າທິ​ການ ມີ​ໜ້າ​ທີ່​ຊ່ວຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ສານ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ກັບ​ຕ່າງ​ປະ​ເທດ ໃນ​ຂອບ​ເຂດ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ; ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ເພີ່ມ​ທະ​ວີ​​ພົວ​ພັນ​ຮ່ວມ​ມື, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ ແລະ ສັນ​ຍາ​ສາ​ກົນ ທີ່​ໄດ້​ເຊັນ​ກັບ​ຕ່າງ​ປະ​ເທດ, ຮັບ​ປະ​ກັນ​ ໃຫ້​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​.

ຂ່າວ/ບົດ​ອື່ນ