ສ້າງຕັ້ງອົງການຄຸ້ມຄອງແລະຮັບປະກັນຄວາມສະຫງົບທ່າກຳປັ່ນຍາຈາງສາຂາເຈື່ອງຊາ

ສ້າງຕັ້ງອົງການຄຸ້ມຄອງແລະຮັບປະກັນຄວາມສະຫງົບທ່າກຳປັ່ນຍາຈາງສາຂາເຈື່ອງຊາ - ảnh 1
ພິ​ທີ​ປະ​ກາດ​ສ້າງຕັ້ງອົງການຄຸ້ມຄອງແລະຮັບປະກັນ
ຄວາມສະຫງົບທ່າກຳປັ່ນຍາຈາງ ສາຂາເຈື່ອງຊາ
ພາບ:tuoitre.vn

(vovworld)-​​ຕອນ​ເຊົ້າ​ວັນ​ທີ 15/11 ຢູ່​ ນະ​ຄອນ ຍາ​ຈາງ, ກົມ​ການ​ເດີນ​ທະ​ເລ​ຫວຽດ​ນາມ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄງ​ຮ່​ວາ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງອົງ​ການ​ຄຸ້ມ​ຄອງ​ແລະ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ທ່າ​ກຳ​ປັ່ນ ​ຍາ​ຈາງ ​ສາ​ຂາ​ເຈື່ອງ​ຊາ. ຕາມນັ້ນ​ແລ້ວ ອ​ົງ​ການນີ້ ມີ​ຫນ້າ​ທີ່​ຄຸ້ມ​ຄອງ​ເຂດ​ນ້ຳ​ທະ​ເລ​ເຈື່ອງ​ຊາ ໂດຍ​ເຊື່ອມ​ຕໍ່​ບັນ​ດາ​ຈຸດ​ພິ​ກັດ​ຂຶ້ນ​ກັບ​ບັນ​ດາ​ເກາະ ດາ​ໄຕ, ເຈື່ອງ​ຊາ​ດົງ, ດາ​ດົງ, ອານ​ບາງ, ດາ​ລາດ. ອົງ​ການ​ດັ່ງ​ກ່າວ​ແມ່ນ​ອົງ​ການ​ຕາງ​ຫນ້າ​ທີ 5 ໂດຍ​ກົມ​ການ​ເດີນ​ທະ​ເລ​ສ້າງ​ຕັ້ງ​ຢູ​່​ບັນ​ດາ​ເກາະ, ໝູ່​ເກາະ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ