ສ້າງພື້ນຖານວິຈິດສິນ ຫວຽດນາມເຂັ້ມຂົ້ນໄປ ດ້ວຍສີສັນຊາດ, ຍຸກສະໄໝ
(ພາບ: Quốc Khánh/TTXVN)
(vovworld)- ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະມາຄົມວິຈິດສິດຫວຽດນາມ ຄັ້ງທີ 8, ອາຍຸການ 2014-2019 ໄດ້ໄຂຂຶ້ນໃນວັນທີ 15/12, ຢູ່ຮ່າໂນ້ຍ. ໃນ 5 ປີຜ່ານມາ, ສະມາຄົມວິຈິດສິດຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວອັນແທດຈິງຫຼາຍຢ່າງໃຫ້ແກ່ບັນດານັກສິລະປິນ. ໜ້າເອົາໃຈໃສ່ແມ່ນສະມາຄົມວິຈິດສິດຫວຽດນາມ ໄດ້ຈັດງານວາງສະແດງ 45 ຄັ້ງຊື່ງແນະນຳພາບແຕ້ມກ່ວາ 8000 ແຜ່ນຂອງບັນດາຈິດຕະກອນເຖິງຜູ້ນິຍົມສິລະປະພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວຸ້ດຶກດາມ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ ພ້ອມກັບອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຈົ່ງປະສານສົມທົບກັນຢ່າງແໜ້ນແຟ້ນ ສ້າງເງື່ອນໄຂອຳນວນຄວາມສະດວກທີ່ສຸດເພື່ອໃຫ້ສະມາຄົມວິຈິດສິດຫວຽດນາມ ເຄື່ອນໄຫວຖືກຕ້ອງ ຕາມຈຸດປະສົງ, ເຕົ້າໂຮມ, ປຸກລະດົມກຳລັງໃຈນັກສິລະປິນເພື່ອມີບັນດາພາບແຕ້ມທີ່ມີຄຸນຄ່າສູງ“./.