ສ້າງຮ່າງວິໄສທັດເສດຖະກິດອາຊຽນຫຼັງປີ2015ສຳເລັດຜົນໂດຍໄວ

ສ້າງຮ່າງວິໄສທັດເສດຖະກິດອາຊຽນຫຼັງປີ2015ສຳເລັດຜົນໂດຍໄວ - ảnh 1
ພາບ​ປະ​ກອບ

(vovworld) –  ​ທີ່ກອງ​ປະ​ຊຸມ​ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ອາ​ຊ​ຽນ ຄັ້ງ​ທີ 8 ດ​ຳ​ເນີ​ນ​ໄປ​ຢູ່ Kota Baharu, ປະ​ເທດ ມາ​ເລ​ເຊຍ ແຕ່​ວັນ​ທີ 27/2 – 1/3, ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສຸມ​ໃສ່​ປຶກ​ສາ​ຫາ​ລື​ຮ່າງ​ວິ​ໄສ​ທັດ​ເສດ​ຖະ​ກິດ ແລະ ແຜນ​ຮ່າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຫຼັງ​ປີ 2015, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ຈະ​ສ້າງ​ສຳ​ເລັດ​ໃນ​ກາງ​ປ​ີນ​ີ້. ທ່ານ Mohd Rizal Sheriff, ເຈົ້າ​ໜ້າ​ທີ່​ຂຶ້ນ​ກັບ​ກະ​ຊວງ​ການ​ຄ້າ​ສາ​ກົນ ແລະ ອຸດ​ສາ​ຫະ​ກຳ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ: ຮ່າງວິ​ໄສ​ທັດ​ນີ້​ຈະ​ໄດ້​ຍົກ​ອອກ​ແຜນ​ການ​ໃໝ່​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ເລິກ​ເຊິ່ງ​ກ່​ວາ​ໃນ​ໄລ​ຍະ 2016 – 2025. ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ຮ່າງວິ​ໄສ​ທັດ​ມີ​ຄວາມ​ຄືບ​ໜ້າ​ທີ່​ດີ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ແມ່ນ​ແຮງ​ທີ່​ສຸດ. ທ່ານ Mohd Rizal Sheriff ຫວັງ​ວ່າ ເອ​ກະ​ສານ​ສຸດ​ທ້າຍ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາຢ່າງ​ລະ​ອຽດ​ກ່ອນ​ທີ່​​ບັນ​ດາ​ການ​ນຳ ອາ​ຊຽນ ​ປະ​ກາດ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ໃນ​ເດືອນ 11 ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ