ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ

ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດ​າມ, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື່ນ​ຍົງ ຫວຽດ​ນາມ
(ພາບ: nguyentandung.org)

(vovworld) – ບັນ​ດາ​ນະ​ໂຍ​ບາຍ, ​ຂໍ້​ສະ​ເໜີ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍື່ນ​ຍົງ​ຄື: ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ສິນ​ເຊື່ອ​ບຸ​ລິ​ມະ​ສິດ… ຕ້ອງ​ໄດ້​ຮັບ​ການ​ສະ​ເໜີ, ​​ກໍ່ສ້າງຢ່າງ​ລະ​ອຽດ​, ແທດ​ຈິງ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດ​າມ, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື່ນ​ຍົງ ຫວຽດ​ນາມ, ໃນ​ຕອນ​ບ່າຍ​ວັນ​ທີ 10/12.

        ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ພື້​ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຄົງ​ສືບ​ຕໍ່​ວິ​ວັດ​​ການ​ຫັນ​ປ່ຽນ, ຂໍ້​ກຳ​ນົ​ດ​ການ​ຕະຫຼາດ​ດີ​ໂດຍ​ພື້ນ​ຖານ​ແລ້ວ​ແຕ​່​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຍັງ​ມີ​ວຽກ​ງານ​ບາງ​ຢ່າງ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ. ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ສືບ​ຕໍ່​ສຸມ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ລະ​ບອບ​ການ​ຕະຫຼາດ, ຍູ້​ແຮງ​ການ​ປ່ຽນ​ໃໝ່​​ລັດວິ​ສາ​ຫະ​ກິດ…

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ: ທ່າ​ອ່ຽງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປະ​ຈຸ​ບັນ​ແມ່ນ​ຖື​ວິ​ສາ​ຫະ​ກິດ​ເປັນ​ກຳ​ລັງ​ໜູນເພື່ອ​ພັດ​ທະ​ນາ ແລະ ເຄົາ​ລົບ​ກົດ​ໝາຍ. ດັ່ງ​ນັ້ນ, ສະ​ພາ​ເພື່ອ​ການ​ພັດ​ທະ​ນາ​ ຫວຽດ​ນາມ ແບບ​ຍືນ​ຍົງ ຄວນ​ເພີ່ມ​ທະ​ວີ​ການ​ໜ​ູນ​ຊ່ວຍ​ເພື່ອ​ໃຫ້ 100% ​ຈຳ​ນວນວິ​ສາ​ຫະ​ກິດຢູ່ ຫວຽດ​ນາມ ເຄື່ອນ​ໄຫວ​ບົນ​ຈິດ​ໃຈ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ