ສ້າງແຜນດຳເນີນງານແຫ່ງຊາດປະຕິບັດຍຸດທະສາດພັດທະນາລຸ່ມແມ່ນ້ຳຂອງ

ສ້າງແຜນດຳເນີນງານແຫ່ງຊາດປະຕິບັດຍຸດທະສາດພັດທະນາລຸ່ມແມ່ນ້ຳຂອງ - ảnh 1
ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​​ຕໍ່ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ປະຕິບັດ​ຍຸດ​ທະ​ສາດ
​ພັດທະນາ​ລຸ່ມ​ແມ່​ນ້ຳຂອງ
ພາບ:cpv.org.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 10/10 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ແມ່​ນ້ຳຂອງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​​ຕໍ່ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ລຸ່ມ​ແມ່​ນ້ຳຂອງ ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ຄະນະ​ກຳມາທິການ​​ແມ່​ນ້ຳຂອງ​ສາກົນ. ​ແຜນ​ຮ່າງ​ດຳ​ເນີນ​ງານ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ລຸ່ມ​ແມ່​ນ້ຳຂອງ ​ແມ່ນ​ອີງ​ໃສ່​ການ​ຄຸ້ມ​ຄອງ​ສັງ​ລວມຊັບພະຍາກອນ​ນ້ຳ​ຊື່​ງ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ​ຈາກ​ຄະນະ​ກຳມະການ​ແມ່​ນ້ຳຂອງ ຫວຽດນາມ ​ເມື່ອ​ເດືອນ 7/2012. ຍຸດ​ທະ​ສາດ​​​ແມ່ນ​​ໃຫ້​ບຸລິມະສິດ​ແກ້​ໄຂ​ບັນດາ​ກາລະ​ໂອກາດ​ກໍ​ຄື​ສິ່ງ​ທ້າ​ທາຍ​ຂອງ​ການ​ພັດທະນາ​ປະຈຸ​ບັນ. ການ​ສ້າງ​ແຜນ​ຮ່າງ​ດຳ​ເນີນ​ງານ​ຢ່າງຮອບດ້ານ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ຂອງ​ລັດຖະບານ ຫວຽດນາມ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ເວົ້າ​ສະ​ເພາະ ​ແລະ ສັນຍາ​ແມ່​ນ້ຳຂອງ​ເວົ້າ​ລວມ, ປະກອບສ່ວນ​ໃນ​ການ​ກຳນົດ​ທິດ​ຍາວ​ນານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ລຸ່ມ​ແມ່​ນ້ຳຂອງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ