ສ້າງໂຄງປະກອບຂະແໜງຖ່ານຫີນຄືນໃໝ່ເພື່ອຍົກສູງປະສິດທິຜົນ
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງເຮັດວຽກກັບ
ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ຊັບພະຍາກອນໂລຫະຫວຽດນາມ
(ພາບ: VGP)
(vovworld) - ວັນທີ 25/06, ທີ່ການເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ຊັບພະຍາກອນໂລຫະຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າ, ວຽກງານສ້າງໂຄງປະກອບຂະແໜງຖ່ານຫີນຄືນໃໝ່ ທີ່ພວມປະຕິບັດ ໄດ້ນຳມາເຊິ່ງປະສິດທິຜົນເບື້ອງຕົ້ນ, ແຕ່ວ່າ, ເພື່ອພັດທະນາ, ຂະແໜງຖ່ານຫີນຕ້ອງຍົກສູງກຳລັງການຜະລິດ, ຫຼຸດຜ່ອນລາຄາເພື່ອແກ່ງແຍ້ງ ແລະ ປົກປັກຮັກສາສິ່ງແວດລ້ອມ. ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ສະເໜີໃຫ້ຂະແໜງຖ່ານຫີນ ຕ້ອງສືບຕໍ່ຍູ້ແຮງວຽກງານສຳຫຼວດ, ຕີລາຄາຊັບພະຍາກອນເພື່ອເປັນພື້ນຖານໃຫ້ການວາງແຜນພັດທະນາຂະແໜງ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍສະເໜີໃຫ້ກຸ່ມບໍລິສັດອຸດສາຫະກຳຖ່ານກີນ - ຊັບພະຍາກອນໂລຫະຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ຂອງຄົນງານ, ໃນຕໍ່ໜ້າແມ່ນຄວາມປອດໄພໃນການອອກແຮງງານ, ຕໍ່ຈາກນັ້ນແມ່ນບັນຫາເຮືອນຢູ່, ຍົກສູງລາຍຮັບ…