ສ້າງໜັງສືຢັ້ງຢືນມາດຕະຖານລວມໃຫ້ກຸ້ງ ອາຊຽນ

ສ້າງໜັງສືຢັ້ງຢືນມາດຕະຖານລວມໃຫ້ກຸ້ງ ອາຊຽນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 26/2, ຢູ່​ນະຄອນ ​ເກິ່ນ​ເທີ, ສະຫະ​ສະມາຄົມ​ຜະລິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນຳ້​ຫວຽດນາມ (VASEP) ສົມທົບ​ກັບ​ສະພາ​ອາຊີບ ​ປາ​ຫວຽດນາມ ​ແລະ ​ໂຄງການ “ສ້າງ​ກຳ​ໄລ​ສູງ​ສຸດ​ໃຫ້​ຂະ​ແໜງ​ກະ​ສິກຳ​ຜ່ານ​ປະສົບ​ການ, ພັດທະນາ​ວິ​ສາ​ຫະກິດ ​ແລະ ການ​ຄ້າ“ ຂອງ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (ASEAN.US. MARKET) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບການສ້າງ​ໜັງສື​ຢັ້ງຢືນ​ມາດຕະຖານ​ລວມ​ໃຫ້​ກຸ້ງ ອາ​ຊຽນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຫື້​ວຢຸງ, ຮອງ​ປະທານ VASEP, ຖື​ວ່າ: ເຖິງ​ວ່າ​ຕະຫຼາດ​ແມ່ນ​ຂອງ​ຜູ້​ຊື້, ​ແຕ່​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຫັນ​ດີ​ຍົກ​ອອກ ມາດຕະຖານ​ລວມ​ໃຫ້​ກຸ້ງ ອາ​ຊຽນ. VASEP ພະຍາຍາມ​ພ້ອມ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ແລະ ບັນດາ​ປະ​ເທດ​ອາ​ຊຽນປະຕິບັດ​ມາດຕະຖານ​ລວມ​ໃຫ້​ແກ່​ກຸ້ງ ດ້ວຍ​ບັນດາ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຕອບ​ສະໜອງ​ບັນດາ​ຄວາ​ມຮຽກຮ້ອງ​ທົ່ວ​ໄປ​ຂອງ​ມາດຕະຖານ​ສາກົນ. ຄາດ​ວ່າ​ຮອດ​ປີ 2015, ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ທຳ​ການ​ເຄື່ອນ​ໄຫວ. ​ແລະ ບັນດາ​ມາດຕະຖານ​ລວມ​ໃຫ້​ກຸ້ງ​ອາ​ຊຽນ ຈະ​ໄດ້​ຮັບ​ການ​ປະຕິບັດ​ກ່ອນ​ທີ່​ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ.

 

 

ຂ່າວ/ບົດ​ອື່ນ