ສານສູງສຸດເວເນຊູເອລາຈັດວາງຄຳສັ່ງຫ້າມທ່ານ J.Guaido ອອກນອກເມືອງ

(VOVWORLD) -ວັນທີ 29 ມັງກອນ, ສານສູງສຸດເວເນຊູເອລາ ໄດ້ອອກຄຳສັ່ງ ຫ້າມທ່ານ Juan Guaido, ຫົວໜ້າຝ່າຍຄ້າຍອອກນອກເມືອງ, ພ້ອມທັງປິດລ້ອມຊັບສົມບັດ, 

ທ່ານທັງແມ່ນປະທານຂອງສະພາແຫ່ງຊາດໂດຍຝ່າຍຄ້ານຄວບຄຸມ. ຕາມນັ້ນແລ້ວ, ທ່ານ Juan Guaido ຈະຖືກຫ້າມອອກນອກເມືອງ ເວລາຊູເອລາ ຈົນຮອດເວລາທີ່ສິ້ນສຸດການສືບສວນຂັ້ນຕົ້ນກັບບັນດາຄຳກ່າວຫາແນໃສ່ທ່ານນີ້.

        ກ່ອນໜ້ານັ້ນໃນວັນດຽວກັນ, ອະທິໄອຍະການເວເນຊູເອລາ Tarek William Saab ໄດ້ສະເໜີສານສູນສຸດ ເປີດການສືບສວນຂັ້ນຕົ້ນສຳລັບທ່ານ Juan Guaido ດ້ວຍຄຳກ່າວຫາວ່າຍາດຊີງສິດອຳນາດບໍລິຫານ ເມື່ອຂະໜານຕຳແໜ່ງແມ່ນ “ປະທານາທິບໍດີຊົ່ວຄາວ”. ທ່ານ Juan Guaido ໄດ້ຮັບສິດຍົກເລີກການສືບສວນທາງອາດຊະຍາກຳ ແລະ ພຽງແຕ່ແມ່ນສານສູງສຸດເທົ່ານັ້ນຈຶ່ງອະນຸຍາດໃຫ້ຍົກເລີກສິດດັ່ງກ່າວນັ້ນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ