ສານອວຍພອນ 89 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ( 3 ກຸມພາ 1930 – 3 ກຸມພາ 2019), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

 ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນ ຫວຽດນາມ ບັນລຸໄດ້ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດ 89 ປີທີ່ຜ່ານມາ. ພັກ, ລັດ ແລະ ປະຊາຊົນ ລາວ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາໄຊຊະນະອັນໃຫຍ່ຫຼວງໃນພາລະກິດການປ່ຽນແປງໃຫມ່, ກໍ່ສ້າງ ແລະ ພັດທະນາປະທດຊາດ.

        ສ່ວນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ຢັ້ງຢືນວ່າ: ກຳປູເຈຍ ໄດ້ຕີລາຄາສູງການພັດທະນາຂອງສາຍພົວພັນທີ່ມີຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດ ແລະ ຕັດສິນໃຈຈະສືບຕໍ່ປັບປຸງ, ເສີມຂະຫຍາຍສາຍພົວພັນທີ່ນັບມື້ນັບໝັ້ນຄົງຕາມທິດນຳວ່າ “ປະເທດບ້ານໃກ້ເຮືອນຄຽງທີ່ດີ, ຄວາມມິດຕະພາບທີ່ເປັນມູນເຊື້ອ ການຮ່ວມມືຮອບດ້ານ ໝັ້ນຄົງຍາວນານ”

ຕອບກັບ

ຂ່າວ/ບົດ​ອື່ນ