“ສາວນ້ອຍ Napalm” ຮັບລາງວັນສັນຕິພາບ Dresden ຢູ່ເຢຍລະມັນ

(VOVWORLD) -ພິທີມອບລາງວັນໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ໂຮງລະຄອນ Semperoper ທີ່ມີຊື່ສຽງຢູ່ນະຄອນ Dresden ຂຶ້ນກັບລັດ Sachsen, ທາງທິດຕາເວັນອອກປະເທດເຢຍລະມັນ.

“ສາວນ້ອຍ Napalm” ຮັບລາງວັນສັນຕິພາບ Dresden ຢູ່ເຢຍລະມັນ - ảnh 1“ສາວນ້ອຍ Napalm” ຮັບລາງວັນສັນຕິພາບ Dresden ຢູ່ເຢຍລະມັນ

(ພາບ: AP)

ວັນທີ 11 ກຸມພາ, ທ່ານນາງ ຟານທິກິມຟຸກ, ເປັນນາງສາວໃນພາບຖ່າຍ “ສາວນ້ອຍ Napalm” ເຊິ່ງເຄີຍໄດ້ສ້າງຄວາມສະເທືອນໃຈໃຫ້ທັງໂລກ ແລະ ແມ່ນສັນຍາລັກຕ້ານສົງຄາມຢູ່ຫວຽດນາມ ໄດ້ເປັນກຽດຮັບລາງວັນສັນຕິພາບ Dresden ຍ້ອນບັນດາຄຳໝັ້ນສັນຍາ, ການປະກອບສ່ວນຂອງທ່ານນາງທີ່ສະຫງວນໃຫ້ບັນດາເດັກນ້ອຍຢູ່ບັນດາເຂດໄພພິບັດໃນໂລກ. ພິທີມອບລາງວັນໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ໂຮງລະຄອນ Semperoper ທີ່ມີຊື່ສຽງຢູ່ນະຄອນ Dresden ຂຶ້ນກັບລັດ Sachsen, ທາງທິດຕາເວັນອອກປະເທດເຢຍລະມັນ.

        ໃນຫຼາຍປີຜ່ານມາ, ດ້ວຍຖານະເປັນເອກອັກຄະລັດຖະທູດເຈດຕະນາດີສັນຕິພາບຂອງສະຫະປະຊາຊາດ, ທ່ານນາງ ຟານທິກິມຟຸກ ໄດ້ເຂົ້າຮ່ວມການເຄື່ອນໄຫວໄກ່ເກ່ຍປອງດອງ ແລະ ເບິ່ງແຍງດູແລເດັກຢູ່ບັນດາເຂດເກີດສົງຄົມໃນໂລກ ດ້ວຍແຫຼ່ງທຶນໂດຍທ່ານນາງສ້າງຕັ້ງເອງ. ທ່ານນາງ ຟານທິກິມຟຸກ ໃຫ້ຮູ້ວ່າ, ຄວາມໄຝ່ຝັນຂອງທ່ານນາງແມ່ນສາມາດນຳໂລກນີ້ກາຍເປັນເຂດແຫ່ງອຸດົມຄະຕິ ແລະ ເພື່ອດຳລົງຊີວິດດີກວ່າ. ທ່ານນາງກໍ່ເນັ້ນໜັກເຖິງການສຶກສາແມ່ນມີຄວາມສຳຄັນທີ່ສຸດ ແລະ ເດັກນ້ອຍທຸກຄົນຕ້ອງໄດ້ໄປໂຮງຮຽນ. ນັບແຕ່ເວລາໄດ້ຮັບການສ້າງຕັ້ງເມື່ອປີ 2002, ກອງທຶນໂດຍທ່ານນາງສ້າງຕັ້ງເອງນັ້ນ ໄດ້ປະກອບສ່ວນບໍ່ແມ່ນໜ້ອຍໃນບັນດາການກໍ່ສ້າງໂຮງຮຽນ, ບັນດາສະຖານເດັກກຳພ້າ ແລະ ຫຼາຍຮາກຖານສາທາລະນະສຸກໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ