ສຳເລັດການຕັ້ງຮູບປັ້ນປະທານໂຮ່ຈິມິນກັບເດັກຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ


ສຳເລັດການຕັ້ງຮູບປັ້ນປະທານໂຮ່ຈິມິນກັບເດັກຢູ່ຫໍເຍົາວະຊົນນະຄອນໂຮ່ຈິມິນ - ảnh 1
ຮູບ​ປັ້ນ​ປະ​ທານ​ໂຮ່​ຈິ​ມິນ​ກັບ​ເດັກຢູ່​ຫໍ​ເຍົາ​ວະ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ

    (vovworld)- ວັນ​ທີ 31/5, ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ລາຍ​ງານ ສຳ​ເລັດ​ການ​ຕັ້ງ​ຮູບ​ປັ້ນ​ປະ​ທານ​ໂຮ່​ຈິ​ມິນ​ກັບ​ເດັກຢູ່​ຫໍ​ເຍົາ​ວະ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເລ​ແທງ​ຫາຍ ຢືນ​ຢັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເດີນ​ຕາມ​ເສັ້ນ​ທາງ​ຊຶ່ງ​ພັກ​ກອ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນ ໄດ້​ເລືອກ​ເຟັ້ນ; ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ກໍ່​ສ້າ​ງ​ລຸ່ນຄົນປະ​ຕິ​ວັດ​ໃຫ້​ຄົນ​ລຸ່ນຫຼັງ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ເພື່ອ​ໃຫ້​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ມີ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ພັດ​ທະ​ນາ​ຮອບ​ດ້ານ. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເລ​ແທງ​ຫາຍ ເນັ້ນ​ໜັກ​ວ່າ ອະ​ນຸ​ສາ​ວະ​ລີ ປະ​ທານ​ໂຮ່​ຈິ​ມິນ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ແກ່​ຊາວ​ນະ​ຄອນ ອອກ​ແຮງ​ແຂ່ງ​ຂັນ, ສູ້​ຊົນ​ກໍ່​ສ້າງ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ນະ​ຄອນ​ໃຫ້​ສິ​ວິ​ໄລ, ທັນ​ສະ​ໄໝ.

 

 

ຂ່າວ/ບົດ​ອື່ນ