(vovworld) - ວັນທີ 25/10, ສ.ເກົາຫຼີ ເລີ່ມຕົ້ນການຊ້ອມຮົບປະຈຳປີທີ່ມີຂອບຂະໜາດໃຫຍ່ດ້ວຍຊື່ວ່າ “ປ້ອງກັນປະເທດ” (Hoguk) ເພື່ອແນໃສ່ຮັບມືກັບ ສປປ ເກົາຫຼີ ໃນສະພາບທີ່ຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ສປປ ເກົາຫຼີ ພວມເພີ່ມຂຶ້ນ. ຫົວໜ້າສະພາເສນາທິການກອງທັບປະສົມ (JCS) ສ.ເກົາຫຼີ ໃຫ້ຮູ້ວ່າ ເຂົ້າຮ່ວມການຊ້ອມຮົບທີ່ແກ່ຍາວເປັນເວລາ 1 ອາທິດນີ້ມີພົນທະຫານ 240.000 ຄົນສັງກັດກອງທັບເຮືອ, ທະຫານທາງບົກ, ກອງທັບອາກາດ ແລະ ກຳລັງທະຫານເຮືອສູ້ຮົບທາງບົກ ພ້ອມກັບບັນດານາຍທະຫານຕຳຫຼວດຂອງສ.ເກົາຫຼີ. ມີທະຫານອາເມລິກາ ປະມານ 500 ຄົນກໍເຂົ້າຮ່ວມການຊ້ອມຮົບນີ້. ເນື້ອໃນຂອງການຊ້ອມຮົບລວມມີ; ການຊ້ອມຮົບປ້ອງກັນອາກາດ, ປົກປັກຮັກສານະຄອນຫຼວງ ແລະ ຊ້ອມຮົບເຄື່ອນທີ່ຮັບມືກັບການກະທຳຕ່າງໆຈາກສປປເກົາຫຼີ. ສປປເກົາຫຼີ ໄດ້ອອກສຽງກ່າວປະນາມການຊ້ອມຮົບຂອງສ.ເກົາຫຼີ ຫຼາຍເທື່ອແລ້ວ ແລະ ຖືນີ້ບໍ່ຕ່າງຫຍັງກັບ “ສົງຄາມຮຸກຮານ”.