ສ.ເກົາຫຼີ ຢຶນຢັນຄືນໃໝ່ ການຮຽກຮ້ອງໃຫ້ ສປປເກົາຫຼີ ດຳເນີນ ການເຈລະຈາ

ສ.ເກົາຫຼີ ຢຶນຢັນຄືນໃໝ່ ການຮຽກຮ້ອງໃຫ້ ສປປເກົາຫຼີ ດຳເນີນ ການເຈລະຈາ - ảnh 1

ປະທານາທິບໍດີສ.​ເກົາ​ຫຼີ  
Park Geun hye

(ພາບ:vnexpress.net)

(vovworld)- ວັນ​ທີ 12/4, ​ອີ​ກເທື່ອ​ໜຶ່ງ, ສ.​ເກົາ​ຫຼີ ຢຶນຢັນຄືນ​ໃໝ່​ການ​ຮຽກຮ້ອງ​ໃຫ້ ສປປ​ເກົາຫຼີ​ ດຳ​ເນີນ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​​ໃນ​ປະຈຸ​ບັນ​ໃນ​ແຫຼມ​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ກະຊວງ​ທ້ອນໂຮມ​ຊາດ​ສ​ເກົາຫຼີ Lim Hyung seok ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຢາກ​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ກັບ​ພຽງ​ຢາງ. ​ໃນ​ວັນ​ດຽວ​ກັນ, ຕາມ​ສຳນັກ​ຂ່າວສານ Yonhap, ທ່ານ​ນາງ​ປະທານາທິບໍດີ Park Geun hye ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງ​ຈະ​ຊຸກຍູ້​ການ​ເຈລະຈາກັບ ສປປ​ເກົາຫຼີ. ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສົມທົບ​ກັບປະ​ເທດ​ນີ້ ​ເພື່ອ​ແກ້​ໄຂ​ບັນຫາ ສປປ​ເກົາຫຼີ ຜ່ານການ​ພົວພັນ​ທາງ​ການ​ທູດ. ​ໃນ​ຂະນະ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກການ​ເມືອງ ສ​ເກົາຫຼີ ​ໃຫ້​ຂໍ້ສັງ​ເກດ​ວ່າ: ປະຈຸ​ບັນ, ບໍ່​ທັນ​ມີ​ຄວາມ​ສາມາດ​ເກີດ​ສົງຄາມ​ລະຫວ່າງ​ສອງ​ພາກ​​ເກົາຫຼີ ​ເທື່ອ.

 



ຂ່າວ/ບົດ​ອື່ນ