ສ.ເກົາຫຼີ ສະເໜີເລຂາ ທິການໃຫຍ່ສປຊ ໜູນຊ່ວຍການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ
(ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye)
(vovworld) – ວັນທີ 02/01, ເນື່ອງໃນໂອກາດປີໃໝ່, ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ໂອ້ລົມທາງໂທລະສັບ, ໃນນັ້ນທ່ານນາງ Park Geun hye ສະເໜີໃຫ່ທ່ານ Ban Ki moon ພ້ອມກັບສະຫະປະຊາຊາດໜູນຊ່ວຍແກ້ໄຂຫຼາຍບັນຫາ, ໃນນັ້ນມີການເຊື່ອມຕໍ່ການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄືນໃໝ່, ປັບປຸງການພົວພັນລະຫວ່າງ 2 ຝ່າຍ ຜ່ານການແກ້ໄຂບັນດານິວເຄຼີຍຂອງສປປ.ເກົາຫຼີ, ກໍ່ຄືເພີ່ມທະວີການໜູນຊ່ວຍປະຊາຊົນສປປ.ເກົາຫຼີ ປັບປຸງຊີວິດການເປັນຢູ່. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໃຫ້ຮູ້ວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ມີບັນດາການໜູນຊ່ວຍທີ່ຈຳເປັນເພື່ອປັງປຸງສະພາບການໃນແຫຼມເກົາຫຼີ.